ຄົນລາວຜູ້ທຳອິດ ຖືກເລກ6ໂຕ ໄດ້ເງິນ 400.000.000 K

ນັບວ່າເປັນຄວາມໂຊກດີຂອງຄົນລາວເຮົາ ທີ່ໄດ້ຮັບລາງວັນໃນການ ຖືກເລກ 6ໂຕ ເຊິ່ງເປັນຜູ້ທຳອິດໃນ ສປປ ລາວ ກ່ອນໜ້ານັ້ນທາງຫວຍພະຍານາກ ໄດ້ປະກາດເປີດຂາຍເລກ 6ໂຕເລີ່ມແຕ່ງວດວັນທີ 18/01/2021 (ວັນຈັນ)ເປັນຕົ້ນໄປລາງວັນຊື້ຕໍ່າສຸດຊື້ 1,000 ກີບ ຖືກ ໄດ້ຮັບເງິນສົດ 400,000,000ກີບ ເປີດຂາຍເລກ6ໂຕເປັນສາຂາທຳອິດໃນລາວ
ມາຮອດງວດອອກວັນ 21 ມັງກອນ 2021(ວັນພະຫັດ) ເລກອອກ 2 8 0 9 6 4 ໃນນາມສັດ ເລກ ກົບ
ໄດ້ມີປະຊາຊົນຊື່ ທ່ານນາງ ອຸດຕະມະ ດວງໂພໄຊ ຈາກແຂວງສາລະວັນ ເປັນຜູ້ໂຊກດີຖືກຫວຍເລກ6ໂຕ ມູນຄ່າ 400.000.000ກີບ ກັບຫວຍພັດທະນາ ສາຂາຫວຍພະຍານາກ ເປັນຜູ້ທຳອິດ ຂໍສະແດງຄວາມດີໃຈນຳເດີ່
ງວດໜ້າອາດຈະແມ່ນທ່ານ.