ລີ ຊູ-ຢອນ ນັກປັ່ນໄອດໍສາວເກົາຫຼີໃຕ້ ຈັດວ່າເລີດຮູບຮ່າງບາດໃຈ

ມື້ນີ້ເຮົາຈະພາໄປທຳຄວາມຮູ້ຈັກກັບ “ລີ ຊູ-ຢອນ” ນັກປັ່ນສາວຊາວເກົາຫຼີໃຕ້ ທີ່ຖືເປັນໄອດໍໃນວົງການປັ່ນລົດຖີບແດນໂສມ ຫຼື ເກົາຫຼີໃຕ້ນັ້ນເອງ
ສຳລັບສາວນັກປັ່ນລາຍນີ້ ນາງເລີ່ມສົນໃຈໃນກີລາປັ່ນລົດຖີບແບບຈິງຈັງມາໄດ້ກວ່າ 2 ປີ. ນອກຈາກນີ້ດ້ວຍຮູບຮ່າງທີ່ດີຂອງນາງເຮັດໃຫ້ກາຍເປັນແບຣນແອມບາສເດີຂອງສິນຄ້າໃນວົງການນັກປັ່ນຫຼາຍຢ່າງ
ສ່ວນໃຜທີ່ບໍ່ເຊື່ອວ່າການອອກກຳລັງກາຍຈະໃຫ້ຜົນດີຕໍ່ຮ່າງກາຍ ກໍລອງໄປເບິ່ງພາບຂອງນາງກັນວ່າ ຫຸ່ນຂອງນາງມັນຊ່າງດີຕໍ່ໃຈເຫຼືອເກີນ ພ້ອມທັງເຊັກຊີ່ບໍ່ໜ້ອຍອີກດ້ວຍ ເພື່ອມັນຈະເປັນແຮງບັນດານໃຈໃຫ້ຢາກອອກກຳລັງກາຍແບບນາງ