ໃນວັນທີ່ 13/4/2020 ເຈົ້າໜ້າທີ່ ຈັບຜູ້ປ່ອຍຂ່າວປອມ ຕອນເຊົ້າ ນາງ ບຸນແພງ ປະຊາຊົນບ້ານນ້ຳພາວ ໄດ້ອອກມາຂໍໂທດພໍ່ແມ່ປະຊາຊົນລາວເວົ້າລວມ ເວົ້າສະເພາະກໍ່ຄືປະຊາຊົນຊາວເມືອງຄຳເກີດ ທີ່ຕົນຮູ້ເທົ່າບໍ່ເຖິງການ ໄດ້ລົງຂ່າວທາງເຟສບຸກທີ່ບິດເບືອນຄວາມຈິງ
ຈາກເຈົ້າຂອງເຟສບຸກ บุนแพง แพง ໄດ້ໂພສວ່າ ໃຫ້ພີ່ນ້ອງທຸກຄົນລະມັດລະວັງແດ່ເດີ້ ມີຄົນຕິດເຊື້ອຢູ່ເມືອງຄຳເກີດເຮົາລວມມີ 5 ຄົນແລ້ວ.ຕາຍໆຕາຢ້ານແທ້ໆ ລວມຮູບພາບກໍລະນີ 17-18
ຕໍ່ມາເຈົ້າໜ້າທີ່ໄດ້ຮັບຂ່າວວ່າມີປ່ອຍຂ່າວປອມຈຶ່ງວາງແຜນຈັບກຸມຕົວມາລົງໂທດຕັກເຕືອນເພື່ອບໍ່ໃຫ້ເປັນແບບຢ່າງຕໍ່ຄົນອື່ນ