ຈາກເພຈ ມິສຢູນີເວີສລາວໂພສລາຍງານການກັກໂຕນາງງາມທີ່ເດີນທາງມາຈາກເມກາ ຫຼັງຈາກສຳເລັດໜ້າທີ່ການແຂ່ງຂັນປະກວດນາງງາມຈັກກະວານໂລກ ເມືອວັນທີ 16 ພຶດສະພາ ຜ່ານມາ ໂດຍໂພສວ່າ
ມື້ນີ້ມາກຽມ ຄວາມພ້ອມສຳລັບ ສະຖານທີ່ກັກໂຕ ໃຫ້ນ້ອງ ຄຣິດສະຕິນາ ມື້ອື່ນນ້ອງ ກໍ່ຈະກັບມາຮອດລາວແລ້ວເດີ້ ທຸກຄົນ ມີໃຜຄິດຮອດນ້ອງແດ່ຕ້ອງຂໍຂອບໃຈເປັນພິເສດ ສຳລັບທີ່ພັກ ທີ່ແສນສຸດຫລູ ແລະ ອາຫານ, ເຄື່ອງດື່ມ ລະດັບ World Class ໃນ 14 ວັນ
.
ຈາກ ໂຮງແຮມ ຄາວພາຊາ ທີ່ສະໜັບສະໜູນ ກອງປະກວດມິດ ຢູນິເວີສ ລາວ ໃນການກັກໂຕຂອງ Miss Universe Laos …Chistina Ladsasimma ລວມມູນຄ່າ 30 ລ້ານກີບ ( 3,000 ຫຼຽນ
.
ຂໍຂອບໃຈ ບໍລິສັດລາວໂມບາຍກຸບ ຜູ້ທີ່ເຄີຍຊ່ວຍ ໂຫວດໃຫ້ນ້ອງຄຣິດສະຕິນາ ຫລາຍກວ່າ 2,000 ໂຫວດ ທີ່ຜ່ານມາ ແລະ ຍັງຊ່ວຍສະໜັບສະໜູນລົດຮັບສົ່ງນ້ອງແລະ ຂົນສົ່ງເຄື່ອງໃຫ້ນ້ອງ
ຂອບໃຈບໍລິສັດ 3P Activation Agency and Organizer ໃນການຊອກຫາສະປອນເຊີ ແລະ ຄອຍປະສານງານແທນ ກອງປະກວດ
ຂອບໃຈ ND MUL ທີ່ຄອຍຕິດຕາມຢູ່ເບື້ອງຫລັງໃນການອຳນວຍຄວາມສະດວກ ແລະ ຊອກຫາບ່ອນກັກໂຕໃຫ້ນ້ອງ ຄຣິດສະຕິນາແລະ
ນອກນັ້ນໄດ້ມີໂພສເພິ່ມເຕີມວ່າ ນ້ອງຄຣິດສະຕິນາຈະລົງຍົນມາຮອດ ສ ປປລາວ ເວລາ 11:10 ຂອງວັນທີ 29 ພຶດສະພາ 2021 ແລະ ຂໍໃຫ້ແຟນນາງງາມທີ່ສົໃຈຮ່ວມກັນຊົມເຊຍໄດ້ຜ່ານໄລ້ສົດຂອງເພຈແລະບໍ່ມີຂະບວນແຫ່ແບບເຕົ້າໂຮມເພື່ອລີກລຽງປ້ອງກັນໂຄສິດ19 ເປັນຈັ່ງໃດກໍຂໍໃຫ້ເດີນທາງໂດຍສະຫວັດດີພາບ