ແຂວງຫຼວງພະບາງ ປິ່ນປົວຜູ້ຕິດເຊື້ອໂຄວິດຫາຍດີ 6 ຄົນ ພ້ອມຊັບປ່ຽນທີມແພດເຂົ້າປະຈຳການໃນຫ້ອງແຍກປ່ຽວເພື່ອຕິດຕາມປີ່ນປົວຄົນເຈັບ.ໃນວັນທີ 15 ພຶດສະພາ 2021 ແຂວງຫຼວງພະບາງ ປິ່ນປົວຜູ້ຕິດເຊື້ອໂຄວິດ-19 ທັງໝົດ 13 ຄົນ, ຍິງ 9 ຄົນ, ມີເດັກນ້ອຍ 2 ຄົນ, ໃນນີ້ຢູ່ ນະຄອນ-ຫຼວງພະບາງ ມີ 8 ຄົນ ແລະເມືອງຊຽງເງິນ 5 ຄົນ, ຜູ້ຕິດເຊື້ອໂຄວິດ-19 ໄດ້ຮັບການປິ່ນປົວ ນັບແຕ່ ວັນທີ 24 ເມສາ 2021 ເປັນຕົ້ນມາ.
ຈາກການທຸ່ມເທເຫື່ອແຮງສະຕິປັນຍາ ປະຕິບັດມາດຕະການຕ່າງໆຂອງແພດໝໍ ແລະ ຕິດຕາມອາການຢ່າງໃກ້ຊິດ ມາຮອດວັນທີ 15 ພຶດສະພາ 2021 ນີ້ ໄດ້ປິ່ນປົວຫາຍດີແລ້ວ 6 ຄົນ ແລະ ໃຫ້ກັບບ້ານໄດ້.
ພ້ອມໃຫ້ຈຳກັດບໍລິເວນຢູ່ເຮືອນ 14 ວັນ ໂດຍຫ້າມກິນເຂົ້າຮ່ວມພາກັບຄອບຄົວ, ຮັກສາໄລຍະຫ່າງ, ຫ້າມອອກໄປທ່ຽວສະຖານທີ່ໆມີຊຸມຊົນຄົນຫຼາຍ, ຮ້ານຄ້າ, ຕະຫຼາດ ແລະ ບ່ອນອື່ນໆ ຈົນກວ່າຈະຄົບກໍານົດເວລາ 14 ວັນ.
ພ້ອມນັ້ນ, ຍັງໄດ້ສັບປ່ຽນທີມແພດ ທີມທີ່ 3 ເຂົ້າໄປປະຈຳການປະຕິບັດໜ້າທີ່ໃນຫ້ອງແຍກປ່ຽວເພື່ອຕິດຕາມປີ່ນປົວຄົນເຈັບທີ່ຍັງເຫຼືອ