ການບິນລາວຍົກເວັ້ນຄ່າທຳນຽມການປ່ຽນແປງມື້ເດີນທາງ ແລະ ຄ່າທຳນຽມຂໍຖອນເງິນຄືນຂອງຜູ້ໂດຍສານທີ່ຈະຍົກເລີກການເດີນທາງ ເຂົ້າ-ອອກ ປະເທດ ສ.ປ ຈີນ ເນື່ອງຈາກໄວຣັສໂຄໂຣນ່າສາຍພັນໃໝ່.
ຈາກສະພາບການແຜ່ລະບາດຂອງພະຍາດປອດອັກເສບຂອງເຊື້ອຈຸລະໂລກສາຍພັນໃໝ່ ໂຄໂຣນາໄວຣັສ ຢູ່ ສປ ຈີນ ແລະ ໜັງສືແຈ້ງການຂອງລັດຖະບານຈີນ ກ່ຽວກັບການລະງັບການເດີນທາງເຂົ້າ – ອອກ ໃນເມືອງ ຫວູຮ່ານ ລວມໄປເຖິງເມືອງໃກ້ຄຽງທີ່ມີຄວາມສ່ຽງ ລັດວິສາຫະກິດການບິນລາວຍິນດີອຳນວຍຄວາມສະດວກໃຫ້ແກ່ຜູ້ໂດຍສານໂດຍການຍົກເວັ້ນຄ່າທຳນຽມການປ່ຽນແປງມື້ເດີນທາງ ແລະ ຄ່າທຳນຽມຂໍຖອນເງິນຄືນໃນກໍລະນີທີ່ຢາກຈະຍົກເລີກການເດີນທາງ ເຂົ້າ – ອອກ ສ.ປ ຈີນ ຕາມເງື່ອນໄຂດັ່ງນີ້ :
ຜູ້ໂດຍສານທີ່ອອກປີ້ເຮືອບິນກ່ອນວັນທີ 24 ມັງກອນ 2020 ຫຼື ປີ້ເຮືອບິນ ທີເດີນທາງລະຫວ່າງ ວັນທີ່ 24 ມັງກອນ 2020 ຈົນເຖິງ ວັນທີ 29 ກຸມພາ 2020
ລາຍລະອຽດເພີ່ມຕື່ມສາມາດສອບຖາມຕິດຕໍ່ໄດ້ທີ່ ຫ້ອງການຂາຍປີ້ການບິນລາວ ໂທ 021 211056 ຫຼືສາຍດ່ວນ 1626 Email: vtersqv@laoairlines.com
ຂໍ້ມູນຈາກ: ການບິນລາວ LaoAirlines