ວັນທີ 9 ພຶດສະພາ 2021 ມີກໍລະນີເສຍຊີວິດລາຍທຳອິດຂອງປະເທດລາວ ເປັນຍິງສັນຊາດຫວຽດນາມ (ກໍລະນີ 364) ອາຍຸ 53 ປີ ຢູ່ບ້ານນາໄຊ ເມືອງໄຊເສດຖາ ນະຄອນຫລວງວງງຈັນຜູ້ກ່ຽວມີພະຍາດປະຈໍາຕົວຄືອັກເສບຕັບບີ, ແລະ ພະຍາດເບົາຫວານ ຫຼັງກວດເລືອດທີ່ ໂຮງໝໍເຊດຖາທິລາ ປະກົດວ່າເບົາຫວານຂື້ນຮອດ 200.
ເສຍຊີວິດ ເວລາ 1:00 ໂມງ ຂອງທີ່ 09 ພຶດສະພາ 2021.ຖືວ່າເປັນກໍລະນີທີ່ມີພະຍາດປະຈຳຕົວ ແລະ ເກີດອາການແຊກຊ້ອນ ເຮັດໃຫ້ການຕິດເຊື້ອຮຸນແຮງ ແລະ ເສຍຊີວິດ
ທີມງານ ຂໍສະແດງຄວາມເສົ້າສະຫຼົດໃຈກັບເຫດການທີ່ເກີດຂຶ້ນ