ຂ່າວດ່ວນ ! ປະເທດຍີ່ປຸ່ນ ລ໋ອກດາວປະເທດ ຫ້າມສາຍການບິນ ທຸກປະເທດ ບິນເຂົ້າຍີ່ປຸ່ນ ເປັນເວລາ 35 ມື້ ໂດຍຈະເລີ່ມມີຜົນບັງຄັບ ນໍາໃຊ້ ແຕ່ວັນທີ 28/12/2020 – 31/01/2021, ພ້ອມຍົກເລີກ ອອກວີຊ້າ ໃຫ້ທຸກປະເທດ ທີ່ມີແຜນຈະເດີນທາງເຂົ້າມາຍີ່ປຸ່ນ.ສາເຫດການອອກມາດຕະການລ໋ອກດາວນີ້ ເນື່ອງຈາກກວດພົບ ການແຜ່ລະບາດ ເຊື້ອໂຄວິດທີ່ກາຍພັນ ພາຍໃນປະເທດ ຈາກຜູ້ເດີນທາງ ທີ່ກັບມາຈາກປະເທດອັງກິດ,ໂດຍເຊື້ອໂຄວິດທີ່ກາຍພັນດັ່ງກ່າວ ມີອັດຕາການແຜ່ເຊື້ອໄວ 70%, ຄົ້ນພົບທໍາອິດ ທີ່ປະເທດອັງກິດ, ກ່ອນມີການແຜ່ລາມ ໄປປະເທດ ຝຣັ່ງ, ອີຕາລີ, ເນເທີແລນ, ເດັນມາກ, ອອສເຕຍ, ເຢຍລະມັນ ແລະ ອັບຟະຣິກາໃຕ້.

https://www.ctvnews.ca/…/japan-bans-new-entries-of…
ຮຽບຮຽງ ພອນໄຊ