ຂໍສະແດງຄວາມດີໃຈ ກັບຊຸດປະຈຳຊາດລາວທີ່ໄດ້ຮັບລາງວັນຊະນະເລີດໃນເວທີໂຄງການປະກວດນາງງາມຈັກກະວານລາວປີ2021ນີ້ເປັນຜົນງານອັນລໍ້າຄ່າຊາດລາວ
ຊຸດ:ຜືນແຜ່ນດິນຄໍາແຫ່ງແດນຈໍາປາ
ຜູ້ອອກແບບ: ນາງ ນົບຊະພອນ ຈັນທະວົງຊຸດນີ້ຈະໄດ້ໄປເປັ່ງປະກາຍຄວາມເປັນລາວ ທີ່ ເວທີຈັກກະວານ ຢ່າງງົດງາມ
ແຮງບັນດານໃຈມາຈາກດອກຈຳປາທີ່ເປັນດອກໄມ້ປະຈຳຊາດລາວທີ່ໄດ້ປະສົມປະສານກັບລວດລາຍລາວທີ່ເປັນເອກະລັກມາແຕ່ບູຮານນະການທີ່ໄດ້ແກະແບບລວດລາຍອອກມາຈາກປູສະນິບະສະຖານທີ່ສຳຄັນຂອງລາວເຮົາອີກແຫ່ງກໍຄືວັດຊຽງທອງເຊິ່ງວັດດັງກ່າວກໍ່ໄດ້ຮັບການຍ້ອງຍໍວ່າເປັນ ອັນຍະມະນີຂອງສຖາປັດຕະຍະກຳລາວອີກດ້ວຍ
ຂໍສະແດງຄວາມດີໃຈ ກັບຊຸດປະຈຳຊາດລາວຊຸດ ນັກຮົບຊຸດຂາວ
ຜູ້ອອກແບບ: ທ້າວ ຂັນໄຊ ແຖມພູຄໍາທີ່ໄດ້ຮັບລາງວັນ ຮອງອັນດັບຫນື່ງແຮງບັນດານໃຈຈາກສະພາບໂຄວິດຢູ່ປະເທດເທດເຮົາໃນປັດຈຸບັນນີ້ແລະຜູ້ທີ່ເຮັດວຽກໃຫ້ພວກເຮົາຫນັກທີ່ສຸດກໍຄຶແພດຫມໍທີ່ເພິ່ນໄດ້ເສຍສະຫລະ ເຮັດວຽກຫນັກເພຶ່ອສູ້ກັບສະພາບໂຄວິດແລະຍອດຜູ້ຕິດເຊຶ້ອທີ່ເພີ້ມຂຶ້ນເລຶ້ອຍໆ ແລະນ້ອງເອງກໍ່ເປັນຄົນລາວຄົນຫນຶງທີ່ຮູ້ສຶກພູມໃຈໃນໂຕຂອງແພດຫມໍທຸກຄົນ ທີ່ເສຍສະຫລະເຮັດວຽກຫນັກເພຶ່ອເຮົາຊ່ວຍເຮົາທຸກຄົນໃຫ້ປອດໄພຈາກພະຍາດໂຄວິດເລີຍໄດ້ເປັນຊຸດນີ້ມາ
ຂໍສະແດງຄວາມດີໃຈ ກັບຊຸດປະຈຳຊາດລາວຊຸດທິດາໄຫມຮ່ວມເຜົ່າລາວສາມັກຄີ
ຜູ້ອອກແບບ: ທ້າວ ອານຸສອນ ດອມບານທີ່ໄດ້ຮັບລາງວັນ ຮອງອັນດັບສອງ ແຮງບັນດານໃຈການຕໍ່າສີ້ນໄຫມ ຕໍ່າຜ້າຫຍິບປັກທັກເເສ່ວ ຂອງເເມ່ຍິງລາວເເຕ່ລະຊົນເຜົ່າໃນທົ່ວປະເທດລາວ ເເຕ່ລະຊົນເຜົ່າລ້ວນເເລ້ວເເຕ່ມີເອກະລັກ ລວດລາຍຄວາມສວຍງາມ ປານີດຂອງຝີມືເເມ່ຍິງລາວ
ບົ່ງບອກເຖິງຄວາມຫລາກຫລາຍຂອງຊົນເຜົ່າໃນລາວຢ່າງເເທ້ຈິງ ຊຸດໄດ້ນໍາເອົາບາງເຜົ່າໃນລາວມາປະຍຸກອອກເເບບເປັນລາວຮ່ວມສະໄຫມ ຜ້າສະຫງ່າງາມຢ່າງຫມັ້ນໃຈເປັ່ງປະກາຍສູ່ຈັກກະວານ