ກີນລົງໄດ້ແນວໃດ (ເສຍພາບພົດລາວເຮົາຫມົດ) ສົມຄວນແລ້ວບໍ ? ເອົາລິງມາເປັນອາຫານ ເພາະລິງເປັນສັດທີ່ມີຄວາມຄ້າຍຄືມະນຸດເຮົາ
ສະບາຍດີສຳລັບໂພສຕ໌ນີ້ນິດຂໍອະນຸຍາດເປັນກະບອກສຽງຫນຶ່ງອອກມາເວົ້າເພື່ອຂໍຄວາມເປັນທຳໃຫ້ແກ່ສັດ ແລະ ຕໍ່ຕ້ານການກະທຳດັ່ງກ່າວ
ເສື້ອທີ່ບຸກຄົນໃນວິດີໂອນຸ່ງຢູ່ກໍມີໂລໂກຂອງສະຖາບັນທີ່ມີຄວາມຫມາຍຄວາມສຳຄັນຕໍ່ປະເທດຊາດ, ເຊິ່ງອາດຈະກໍ່ໃຫ້ເກີດຄວາມເສຍຫາຍຕໍ່ສະຖາບັນໄດ້.
ອີງຕາມ ຂໍ້ຕົກລົງວ່າດ້ວຍການຮັບຮອງເອົາບັນຊີສັດນ້ຳ ແລະ ສັດປ່າ ປະເພດຫວງຫ້າມຫລື ບັນຊີ I ແລະ ປະເພດຄຸ້ມຄອງ ຫລື ບັນຊີ II ສະບັບເລກທີ 08/ນຍ, ລົງວັນທີ 25 ກຸມພາ 2021 .
ລີງເປັນສັດປະເພດຫນຶ່ງທີ່ຖືກລະບຸຢູ່ໃນ ສັດປະເພດທີ່ຫວງຫ້າມ,ມີການຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ ແລະ ຄວບຄຸມ ການນໍາໃຊ້.
ສະນັ້ນ, ຈຶ່ງຮຽນສະເໜີມາຍັງພາກສ່ວນທີ່ກ່ຽວຂ້ອງຊ່ວຍພິຈາລະນາ ແລະ ແກ້ໄຂຕາມສົມຄວນດ້ວຍ.
ຫລື ໃຫ້ບຸກຄົນດັ່ງກ່າວ ອອກມາຊີ້ແຈງເຖິງການກະທຳດັ່ງກ່າວຍິ່ງເປັນການດີ.
ຫມາຍເຫດ: ໂພສຕ໌ນີ້ບໍ່ໄດ້ມີເຈດຕະນາທີ່ຈະປະຈານໃດໆທັ້ງສິ້ນ.
ຄລິບ
Dear Everyone Regarding this post I’d like to speak out for the welfare of animals and against such acts .
The T-shirt that the person in the video was wearing also had the logo of the institution, which is significant to the nation, which may cause damage to the institution.