ຂໍອານຸຍາດອາຈານແລະເອື້ອຍອ້າຍນ້ອງ,ໝູ່ຄູ່ໃນວົງການແພດທຸກທ່ານເດີ ຂໍຄຳຄິດເຫັນແດ່.
ກໍລະນີຄົນເຈັບທີ່ມີອາການເປັນລ່ອຍຫຼືລ່ອຍເຄິ່ງໂຕ ແລ້ວຖືກນຳສົ່ງມາຫ້ອງສຸກເສີນຂອງໂຮງໝໍ ແລະກະກຽມຂື້ນແຜນຈະເຂົ້າຫ້ອງCT scan(X-Ray)ເພື່ອເບິ່ງຟັງຊັ້ນການທຳງານຂອງສະໝອງ.
ແຕ່ວ່າ(ຊ້ວງນີ້)ຕາມມາດຕະການຂອງການເຂົ້າໂຮງໝໍ ແມ່ນຄົນເຈັບທຸກຄົນຕ້ອງໄດ້ຮັບການກວດເຊື້ອໂຄວິດກ່ອນ ຈຶ່ງສາມາດຮັບການປິ່ນປົວໄດ້, ແຕ່ບັງເອີນຄົນເຈັບທີເປັນລ່ອຍນັ້ນ ຜົນກວດໂຄວິດ ອອກມາເປັນຜົນບວກ ແຕ່ວ່າຜູ້ກ່ຽວນັ້ນບໍ່ໄດ້ມີອາການສະແດງໃດໆເລີຍກຽວກັບໂຄວິດ(ເປັນຜູ້ຖືເຊື້ອແຕ່ບໍ່ມີອາການສະແດງແລະບໍ່ຮູ້ວ່າຕິດໂຄວິດມາກ່ອນ) ພຽງແຕ່ຜູ້ກ່ຽວເປັນລ່ອຍຊື່ໆ ແລ້ວກະພາມາໂຮງໝໍ ເພື່ອຫວັງຢາກໃຫ້ທ່ານໝໍເຮັດ CT scanໃຫ້ ເພື່ອຈະໄດ້ຮູ້ວ່າເສັ້ນເລືອດໃນສະໝອງຂອງເພິ່ນມີການຕີບຕັນຫຼືຜິດປົກກະຕິບໍ່? ເພື່ອຈະວາງແຜນໃນການປິ່ນປົວ.
ແຕ່ວ່າຫຼັງຈາກທີ່ຜົນກວດໂຄວິດອອກມາເປັນຜົນບວກ ທ່ານໝໍ່ຈຶ່ງສັກຢາໃຫ້ເຂັມ1 ແລ້ວໃຫ້ມານອນແຍກປ່ຽວຢູ່ຫ້ອງ ເພື່ອຕິດຕາມອາການຊື່ໆ ໂດຍທີ່ບໍ່ໄດ້ເຮັດCT scanໃຫ້ຄົນເຈັບເລີຍ.
ທັ້ງໆທີ່ຄົນເຈັບຜູ້ນີ້ ເຂົ້າມາໂຮງໝໍດ້ວຍຈຸດປະສົງ ເພື່ອປິ່ນປົວອາການເປັນລ່ອຍກະທັນຫັນ ເຊິ່ງຕ້ອງການ ຮັບການປິ່ນປົວຢ່າງຮີບດ່ວນ.
ບໍ່ແມ່ນມາເພື່ອຮັບການປິ່ນປົວພະຍາດໂຄວິດ ແຕ່ຢ່າງໃດ ແຕ່ເປັນຫຍັງ ຈຶ່ງບໍ່ເຮັດCTscanໃຫ້ຄົນເຈັບ? ແລະໃຫ້ຄົນເຈັບໄດ້ຮັບການປິ່ນປົວStrokeກ່ອນ. ຈຶ່ງປິ່ນປົວໂຄວິດຕາມຫຼັງ?
ໃນທີສຸດ ຄົນເຈັບກໍ່ໄດ້ເສຍຊີວິດຢູ່ທີ່ຫ້ອງແຍກປ່ຽວ ພາຍໃນເວລາບໍ່ຮອດ24ຊົ່ວໂມງ.
ຂ້າພະເຈົ້າຢາກຖາມວ່າ: ໃນກໍລະນີແບບນີ້ ເຮົາຜູ້ເປັນທ່ານໝໍ ເຮົາຄວນພິຈາລະນາແລະມີຄວາມເຫັນແນວໃດ ຕໍ່ກັບເຫດການດັ່ງກ່າວ?
ຜູ້ເສຍຊີວິດແມ່ນນ້າສາວຂອງຂ້າພະເຈົ້າເອງ