ວັນທີ 15 ພະຈິກ 2021 ຜ່ານມາ ຫ້ອງການສຶກສາເມືອງແບງ ແຂວງອຸດົມໄຊ ອອກແຈ້ງການລະດົມທຶນນຳພະນັກງານ-ລັດຖະກອນຄູ ນັບຕັ້ງແຕ່ 20.000-100.000ກີບ ຕາມລຳດັບຂັ້ນ ເຊິ່ງເງິນດັ່ງກ່າວຈະຖືກຕັດເງິນເດືອນ 11 ນີ້.
ພາຍຫລັງແຈ້ງການໄດ້ຖືກສົ່ງໄປໂຮງຮຽນແຕ່ລະແຫ່ງ ເຮັດໃຫ້ພະນັກງານຄູຫລາຍຄົນສົງໄສ ວ່າເປັນການສົມຄວນບໍ່ ແລະ ຖືກນຳໄປເຜີຍແຜ່ລົງໃນສື່ໂຊຊຽວ ພ້ອມຄຳວິພາກວິຈານໄປຕ່າງໆນານາ.
ຫລ້າສຸດວັນທີ 20 ພະຈິກ 2021 ນີ້ ເຈົ້າເມືອງດັ່ງກ່າວຈຶ່ງອອກຂໍ້ຕົກລົງສະບັບເລກທີ 540/ຈມ.ມບ ລົບລ້າງແຈ້ງການລະດົມທຶນຂອງພະນັກງານລັດຖະກອນ, ທະຫານຕຳຫລວດ ພາຍໃນເມືອງ ເນື້ອໃນລະບຸດັ່ງນີ້:
3.ຂໍ້ຕົກລົງສະບັບນີ້ ມີຜົນສັກສິດນັບຕັ້ງແຕ່ມື້ລົງລາຍເຊັນເປັນຕົ້ນໄປ.
ສ່ວນຫ້ອງການຖະແຫລງຂ່າວເມືອງແບງກໍໄດ້ໂພສແກ້ຂ່າວລົງໃນເພຈຂ່າວເມືອງແບງ ແຂວງອຸດົມໄຊວ່າ ແຈ້ງການຂອງຫ້ອງວ່າການສຶກສາເມືອງ ແມ່ນຍັງເປັນແຜນທີ່ບໍ່ທັນໄດ້ຈັດຕັ້ງປະຕິບັດເທື່ອ ໄດ້ເຮັດໃຫ້ສັງຄົມເຂົ້າໃຈຜິດ ມີການວິພາກວິຈານຕ່າງໆນາໆໄປໃນທາງລົບ