ຄອບໄຂວ່ມະເຫສັກເຈົ້າທີ່ເຈົ້າຖານທີ່ທ່າວັດຈັນ ເນື່ອງຈາກປີນີ້ບໍ່ສາມາດຈັດງານບຸນອອກພັນສາປະວໍຣະນາ
ໃນຕອນເຊົ້າ ວັນທີ 20 ຕຸລາ 2021 ທ່ານ ດວງຕາ ສຸລີວົງ ເຈົ້າເມືອງຈັນທະບູລີ ພ້ອມດ້ວຍຄະນະ ແລະເຖົ້າແກ່ແນວໂຮມ ໄດ້ຈັດພິທີຄອບໄຂວ່ມະເຫສັກເຈົ້າທີ່ເຈົ້າຖານທີ່ທ່າວັດຈັນ ເນື່ອງຈາກປີນີ້ບໍ່ສາມາດຈັດງານບຸນອອກພັນສາປະວໍຣະນາ, ປະເພນີນ່ານນ້ຳຊ່ວງເຮືອທ່າວັດຈັນ
ແລະ ໄຫລເຮືອໄຟ ອັນເປັນຮີດຄອງທີ່ສືບທອດກັນມາຕັ້ງແຕ່ດົນນານ ຍ້ອນການແຜ່ລະບາດຂອງພະຍາດໂຄວິດ 19 ຕາມປົກກະຕິແລ້ວຫລັງບຸນອອກພັນສາປະວໍຣະນາແລ້ວ ການແຂ່ງຂັນເຮືອຊ່ວງຖືເປັນປາງບຸນໃຫຍ່ປະຈຳປີຂອງຊາວນະຄອນຫລວງວຽງຈັນ ກໍຄືທົ່ວປະເທດ ຄຽງຄູ່ກັນກໍໄດ້
ຈັດງານຕະຫລາດນັດຄົບງັນຢ່າງຄຶກຄື້ນມ່ວນຊື່ນເປັນເວລາຫລາຍວັນ ຖືເປັນການກະຕຸ້ນເສດຖະກິດ ແລະການທ່ອງທ່ຽວ ພ້ອມດຽວກັນກໍໄດ້ເປັນວາລະແຫ່ງການເຕົ້່າໂຮມຄວາມສາມັກຄີຂອງບັນດາສີພາຍເຮືອຊ່ວງແຕ່ລະບ້ານ ແຕ່ລະກົມກອງພ້ອມທັງຊາວບ້ານກອງເຊຍທີ່ຍົກຂະບວນກັນມາເຕົ້າໂຮມສ້າງຄວາມມ່ວນຊື່ນທີ່ທ່າວັດຈັນ
ແຕ່ເນື່ອງຈາກສະຖານນະການການແຜ່ລະບາດຂອງພະຍາດໂຄວິດທີ່ຍັງຫນ້າເປັນຫ່ວງ ຈຳເປັນຕ້ອງໄດ້ສືບຕໍ່ປະຕິບັດຕາມມາດຕະການທີ່ທາງຂັ້ນເທິງວາງອອກຢ່າງເຄັ່ງເຮັດໃຫ້ບຸນຊ່ວງເຮືອປີນີ້ຕ້ອງໂຈະໄປເສຍກ່ອນພາບໂດຍ: ສອນດາຣາ, ຂ່າວຈາກ: ກິນທີ່ນີ້ທ່ຽວທີ່ນີ້