ຕອນເຊົ້າວັນນີ້ວັນທີ16 ມັງກອນ2021 “ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວສະໄໝທີXI ນຳໂດຍສະຫາຍທອງລຸນສີສຸລິດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວພ້ອມດ້ວຍຄະນະ
ໄດ້ເຂົ້າວາງກະຕ່າດອກໄມ້ຢູ່ຫໍພິພິທະພັນໄກສອນພົມວິຫານເນື່ອງໃນໂອກາດຊົມເຊີຍຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີXI ຂອງພັກປະຊາຊົນປະຕິວັດລາວ.”
ການວາງກະຕາດອກໄມ້ໃນຄັ້ງນີ້, ເປັນການສະແດງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ຄຸນງາມຄວາມດີແລະຜົນງານອັນໃຫຍ່ຫລວງຂອງປະທານໄກສອນພົມວິຫານວິລະບູລຸດຜູ້ຍິງໃຫຍ່ທີ່ໄດ້ອຸທິດຕົນຍອມເສຍສະຫລະສ່ວນຕົວເພື່ອຜົນປະໂຫຍດສ່ວນລວມ, ເພື່ອປະເທດຊາດແລະການປະຕິວັດໃນໄລຍະຜ່ານມາຈົນສາມາດປົດປ່ອຍປະເທດຊາດໄດ້ຢ່າງສົມບູນແລະສະຖາປະນາເປັນສາທາລະນະລັດປະຊາທິປະໄຕປະຊາຊົນລາວຈົນມາຮອດປັດຈຸບັນ.
ໃນໂອກາດດຽວກັນ, ສະຫາຍທອງລຸນສີສຸລິດພ້ອມດ້ວຍຄະນະກໍໄດ້ເຂົ້າຢ້ຽມຊົມການວາງສະແດງຮູບພາບການເຄື່ອນໄຫວວຽກງານຕ່າງໆຂອງບັນດາການນຳພັກລັດແຕ່ອະດີດຈົນຮອດປັດຈຸບັນຢູ່ຫໍພິພິທະພັນໄກສອນພົມວິຫານນະຄອນຫຼວງວຽງຈັນ(ວິທະຍຸກະຈາຍສຽງແຫ່ງຊາດລາວ).