ເມື່ອວັນທີ່ 24/12/2019 ເຟສບຸກຊື່ N’narng Fongsavanh ໄດ້ໂພສລົງໃນເຟສບຸກວ່າ ຄູໄດ້ຕີນັກຮຽນຈົນໄດ້ຮັບບາດເຈັບ ທີບ້ານໂນນສະອາດ ເມືອງບາຈຽງ ແຂວງຈຳປາສັກ ສາເຫດເພິ່ນບອກໃຫ້ນັກຮຽນອະນາໄມແລ້ວບໍ່ໄດ້ດັ່ງໃຈເພິ່ນ ແລະ ທາງອຳນວຍການໄດ້ເອີ້ນຂື້ນຕັກເຕືືນອົບລົມ
ຈັນຍາບັນຂອງຄວາມເປັນຄູເຖິງນັກຮຽນສິອະນາໄມບໍ່ໄດ້ດັ່ງໃຈກໍ່ບໍ່ຄວນລົງໄມ້ລົງມືຈົນເຖິງຂັ້ນເລືອດຕົກຢາງອອກປານນີ້ ຄວນຄ່ອຍບອກຄ່ອຍສອນເອົານັກຮຽນກະຍັງນ້ອຍ ຝາກເລື່ອງນີ້ເປັນຄະຕິເຕືອນໃຈກັບຄູທຸກຄົນ
ທີ່ມາ: N’narng Fongsavanh