ນັບວ່າເປັນເລື່ອງຮືຮາອີກເລື່ອງໜຶ່ງ ທີ່ບອກເລີຍວ່າໂລກອອນລາຍສະໄໝນີ້ລົງຫຍັງໄວ້ເປັນກະແສກໍດັງໄປທົ່ວ ດັ່ງເລື່ອງນີ້ ຄວາມຮັກກໍຄືສິ່ງທີ່ສວຍງາມ ແລະ ບໍ່ມີເຊິ່ງຂີດຈຳກັດ, ການແຕ່ງງານກໍບໍ່ແມ່ນຈຸດສິ້ນສຸດ ແຕ່ເປັນຈຸດເລີ່ມຕົ້ນພິສູດຄວາມຮັກ
ຊາຍອິນໂດເນເຊຍຜູ້ນີ້ ທີ່ໄດ້ມີຄວາມຮັກທີ່ບໍ່ມີຂີດຈຳກັດແລະ ກຳລັງເລີ່ມຕົ້ນພິສູດຄວາມຮັກຂອງລາວກັບໝໍ້ຫຸງເຂົ້າຂອງຕົນເອງດ້ວຍການແຕ່ງງານກັບມັນຈົນໄດ້ກາຍເປັນທີ່ຮືຮາໃນໂລກອອນລາຍ
ພາຍໃຕ້ຊື່ lagidirumah ໃນທະວິດເຕີ, ລາວໄດ້ໂພສຮູບພິທີແຕ່ງງານຂອງຕົນເອງກັບໝໍ້ຫຸງເຂົ້າພ້ອມກັບແຄັບຊັ່ນວ່າ “Putih, pendiam, pintar memasak, idaman sekali” ທີ່ແປວ່າ “ຂາວ, ບໍ່ເວົ້າຫຼາຍ, ແລະຄົວກິນເກັ່ງ”. ມີຫຍັງອີກເດ ທີ່ຜູ້ຊາຍຍັງຈະຕ້ອງການຈາກຕົວຜູ້ຍິງ
ໃນຮູບຖ່າຍທັງສາມຮູບນັ້ນ ທັງເຈົ້າບ່າວ ແລະ ເຈົ້າສາວຕ່າງກໍພາກັນແຕ່ງຕົວຕາມປະເພນີແຕ່ງງານທີ່ໄດ້ກຳນົດໄວ້, ເຊິ່ງເບິ່ງແລ້ວເປັນໄປໄດ້ຍາກຫຼາຍວ່າແມ່ນການຫຼິ້ນມ່ວນຫົວເທົ່ານັ້ນ
ເພາະເຈົ້າສາວໃສ່ທັງຜ້າປົກໜ້າ ແຖມຍັງມີຮູບຖ່າຍຕອນເຈົ້າບ່າວເປີດຜ້າມາຈູບກັບເຈົ້າສາວທັງຍັງມີຮູບຕອນພວກເຂົາເຊັນໃບສັນຍາແຕ່ງງານນຳກັນເປັນຫຼັກຖານຢືນຢັນເຖິງຄວາມຮັກນີ້
ຂ່າວLaoX