ພິທີມອບ-ຮັບໂຄງການບ້ານຈັດສັນບ້ານເມືອງມ່ວນ, ໄດ້ຈັດຂຶ້ນໃນ ວັນທີ 2 ກັນຍາ 2021 ນີ້ທີ່ບ້ານຈັດສັນເມືອງມ່ວນ ເມືອງວຽງທອງ ແຂວງບໍລິຄຳໄຊໂດຍ, ບ້ານດັ່ງກ່າວແມ່ນບ້ານໜຶ່ງໃນຈໍານວນບ້ານກຸ່ມ 2 ທີ່ໄດ້ຮັບຜົນກະທົບບາງສ່ວນຈາກໂຄງການເຂື່ອນໄຟຟ້າ ນໍ້າເທີນ 1 ແລະ ມີຄວາມຈໍາເປັນທີ່ຕ້ອງຍົກຍ້າຍຂຶ້ນໄປຢູ່ພື້ນທີ່ສູງ ແລະ ປອດໄພຈາກເຂດອ່າງເກັບນໍ້າ ໃນໂຄງການບ້ານຈັດສັນບ້ານເມືອງມ່ວນ ປະກອບມີ: ເຮືອນຂອງປະຊາຊົນ ຈໍານວນທັງໝົດ 88 ຫຼັງ, ໃນນີ້ໄດ້ແບ່ງອອກເປັນ 3 ຂະໜາດ 50 ຕາແມັດ ຈໍານວນ 14 ຫຼັງ, 60 ຕາແມັດ ຈໍານວນ 41 ຫຼັງ ແລະ 70 ຕາແມັດ ຈໍານວນ 32 ຫຼັງ
ອີກ 1 ຫຼັງ ຂະໜາດ 48 ຕາແມັດ ສໍາລັບຜູ້ດ້ອຍໂອກາດສິ່ງປຸກສ້າງອື່ນໆ ພາຍໃນບ້ານ ປະກອບມີຫ້ອງການບ້ານ ແລະ ສະໂມສອນບ້ານ 1 ຫຼັງ, ອາຄານໂຮງຮຽນປະຖົມສົມບູນຈໍານວນ 6 ຫ້ອງ 1 ຫຼັງ ໂຄງລ່າງພື້ນຖານ ແລະ ສິ່ງອໍານວຍຄວາມສະດວກພາຍໃນບ້ານ
ມີເສັ້ນທາງເຂົ້າບ້ານ ແລະ ທາງໃນບ້ານ, ຕາຂ່າຍໄຟຟ້າ 22 ກິໂລໂວນ ແລະ 0.4 ກິໂລໂວນ, ລະບົບນໍ້າສະອາດຂອງຊຸມຊົນ ແລະ ສະໜາມຖີ້ມຂີ້ເຫຍື້ອຂອງບ້ານທີ່ມາ: ປະເທດລາວ Pathedlao