ເພງ ຊົ່ວນິລັນທີ່ເຮັດອອກມາມີເນື້ອໃນໃຈຄວາມທີ່ແຝງຄວາມໝາຍຢ່າງເລິກເຊິ່ງເອົາໄວ້ ພ້ອມທັງເອັມວີທີ່ຖ່າຍທອດອອກມາກໍງົດງາມ ແລະ ມີຄຸນນະພາບ. ເພງທີ່ເຮົາເວົ້າເຖິງນີ້ຄົງເປັນເພງອື່ນໃດໄປບໍ່ໄດ້ ນອກຈາກເພງ “ຊົ່ວນິລັນ” ເຊິ່ງຖ່າຍທອດອາລົມໂດຍສາວສຽງຫວານ “ດາ ດາລຸນນີ” ບອກເລົ່າເລື່ອງລາວຄວາມຮູ້ສຶກຂອງຜູ້ທີ່ຖືກຫັກຫຼັງໂດຍຄົນຮັກ ເນື່ອງຈາກມີມືທີສາມເຂົ້າມາແຊກກາງໃນຊີວິດຄອບຄົວ
ຫຼາຍຄົນອາດຈະໄດ້ຟັງເພງນີ້ມາແລ້ວ ແຕ່ຍັງບໍ່ທັນຮູ້ວ່າຜູ້ຮ້ອງແມ່ນໃຜ. ສຳລັບສາວຄົນນີ້ “ດາ” ຫຼື ດາລຸນນີ ພູມມະສັກ ເປັນນັກທຸລະກິດຍິງໄວ 35 ປີ ເຮັດທຸລະກິດຫຼາຍຢ່າງບໍ່ວ່າຈະເປັນຮ້ານອາຫານ ແລະ ອະສັງຫາລິມະຊັບ. ສຳລັບການຫັນມາເຮັດເພງໃນຄັ້ງນີ້ ກໍຖືວ່າເປັນສິ່ງທີ່ເຮັດໃຫ້ຫຼາຍຄົນຄາດບໍ່ເຖິງ ແຖມຍັງມີນໍ້າສຽງທີ່ຫວານ ໜ້າຟັງ ສະແດງເຖິງຄວາມສາມາດທີ່ມີຮອບດ້ານ
ຢາກຮູ້ວ່າບົດເພັງ: “ຊົ່ນນິລັນ ” ມາຈາກໃສຕອ້ງເບີ່ງVDO ນີ້ໃຫ້ຈົບ ຄວາມຈິງ80% ທີ່ເຮົາມາຮູ້ຈັກແລະຮັກກັນດວ້ຍຄວາມສວຍງາມ Secret Story PHA &Da
ຕໍ່ໃຫ້ມື້ນີ້ປັນຫາສິໝັກໜາຊຳໃດດາສັນຍາວ່າຈະຮັກສາຄອບຄົວເຮົາໄວ້ , VDO ນີ້ຄືວິດີໂອທີ່ຍ້ອນຮອຍຄວາມຮັກທີ່ເຮົາໄດ້ມາຮູ້ຈັກແລະຮັກກັນຈາກວັນແຕ່ງງານລະຫວ່າງ ດາລຸນນີ້&ພຶດສະພາ
ເມື່ອເລື່ອງລາວໄດ້ຖືກເຜີຍແຜ່ ມີຊາວເນັດຈຳນວນຫລາຍຕ່າງເຂົ້າມາໃຫ້ກຳລັງໃຈ
ທຸກຄັ້ງທີ່ເຈົ້າເຈີປັນຫາ ຂ້ອຍຄົນຫນື່ງທີ່ຮູ້ສືກເຈັບປວດ
ປານເລື່ອງຂອງຕົນເອງ ເຈົ້າອົດທົນກັບທຸກສີ່ງທຸກຢ່າງ
ອົດທົນກັບຄວາມເຈັບປວດທີ່ແສນສາຫັດຂອງຄວາມຮູ້ສືກ
ແຕ່ເຈົ້າກໍ່ຍັງພະຍຸງໂຕເອງເພື່ອຮັກສາຄົນທີ່ເຈົ້າຮັກທີ່ສຸດ
ແລະ ຄອບຄົວຂອງເຈົ້າໄວ້ ບໍ່ວ່າຈະເຈີຫຍັງເຈົ້າຍັງສູ້ ແລະ
ລໍຄອຍວັນເວລາທີ່ແສນມີຄວາມສຸກນັ້ນກັບມາຢ່າງມີຄວາມຫວັງ
ເຖີງຕອນນີ້ປາຍທາງມັນຈະມືດມົນ ແຕ່ເຈົ້າກະສູ້ເພື່ອ
ແສງສະວ່າງຂອງຄວາມຮັກ ແລະ ຄອບຄົວ ເຮົາຈະສູ້ ແລະ ຢູ່ຂ້າງໆ
ເປັນກຳລັງໃຈ ໃຫ້ເຈົ້າເດີ້ ຫັນໄປທາງໃດບໍ່ເຈີໃຜໃຫ້ຫັນມາທາງນີ້ ຂ້ອຍຈະເປັນຄວາມຮັກທີ່ບໍລິສຸດໃຫ້ກັບເຈົ້າຄືກັບເຈົ້າທີ່ເປັນຄວາມຮັກທີ່ບໍລິສຸດໃຫ້ເຮົາຕະຫລອດມາ. ຫົວໃຈເຈົ້າຍີ່ງໃຫຍ່ຫລາຍ
ສະແດງຄວາມເຫັນຢ່າງສ້າງສັນ ເພື່ອຫຼີກເວັ້ນການສ້າງຄວາມເສື່ອມເສຍແກ່ຝ່າຍໃດຝ່າຍໜຶ່ງທີ່ກ່ຽວຂ້ອງກັບເລື່ອງນີ້