ເສຍຊີວິດຕໍ່ມື້ສູງສຸດ ສປປ ລາວ ກວດພົບ ຜູ້ຕິດເຊື້ອໂຄວິດໃນວັນຈັນ ທີ 15/11/2021 ສູງເຖິງ 826 ຄົນ ແລະ ມີການເສຍຊີວິດຕໍ່ມື້ ສູງສຸດ ເຖິງ +5 ຄົນ.
ແຂວງວຽງຈັນ ເປັນແຂວງທີ່ມີອັດຕາກວດພົບເຊື້ອສູງສຸດ ໂດຍກວດເຊື້ອ 263 ຕົວຢ່າງ ພົບເຊື້ອໂຄວິດ 140 ຕົວຢ່າງ ຄິດເປັນ 53.23%.
ລາຍລະອຽດເພີ່ມຕື່ມ ຄະນະສະເພາະກິດ ຈະໄດ້ແຈ້ງໃຫ້ຊາບຕື່ມ ໃນເວລາ 10:30.