ຮືຮານັກທຸລະກິດອິນເດຍທຸ່ມເງິນແສນເຮັດ”ໜ້າກາກທອງຄຳ”. ເອເອັຟພີລາຍງານວັນທີ 5 ກໍລະກົດ ຮອດກະແສຮືຮາໃນປະເທດອິນເດຍ ຫຼັງຈາກທ້າວສັນກອນ ກຸຣຮາເທ ນັກທຸລະກິດດັງອາຍຸ 49ປີ
ໃນເມືອງປູເນ ທາງພາກຕາເວັນຕົກ ໃສ່ໜ້າກາກທອງຄຳສັ່ງເຮັດເປັນພິເສດນ້ຳໜັກ 60ກຣາມ ມູນຄ່າ 289,000ຣູປີ ຫຼື ປະມານ 36,000,000ກີບ. ທ້າວ ກຸຣຮາເທ ໄດ້ອະທິບາຍວ່າ”ນີ້ເປັນໜ້າກາກບາງໆ ແລະ ມີຮູນ້ອຍໆກະຈາຍຢູ່ທົ່ວເພື່ອຊ່ວຍໃຫ້ຫາຍໃຈສະດວກ
ແຕ່ຂ້ອຍກໍ່ບໍ່ໄດ້ໝັ້ນໃຈວ່າໜ້າກາກທອງຄຳນີ້ຈະມີປະສິດທິພາບໃນການປ້ອງກັນໂຄວິດ19ໄດ້”ແຕ່ລາວກໍ່ມີວິທີອື່ນໆໃນການປ້ອງກັນລະມັດລະວັງບໍ່ໃຫ້ຕົນເອງຕິດເຊື້ອ.