ວັນທີ 30 ເມສາ 2021 ນີ້ ຄະນະສອບສວນເມືອງໜອງຄາຍ ໄດ້ເຂົ້າອາຍັດຕົວ ທ້າວຊິດຕະພົນ ຈັນຂາວອາຍຸ 30 ປີ ຄົນຈັງຫວັດຮ້ອຍເອັດ, ນາງດາວະດີ ວີລະກອນ ອາຍຸ 25 ປີ (ເອື້ອຮັກສາວຕີນ່າ) ຄົນນະຄອນຫຼວງວຽງຈັນ ປະເທດລາວ ທີ່ໂຮງໝໍຈັງຫວັດໜອງຄາຍ ທີ່ລັກລອບຂ້າມຊາຍແດນ ແລະ ກວດພົບເຊື້ອແຕ່ວັນທີ 16 ເມສາຜ່ານມາ, ພາຍຫຼັງຜູ້ກ່ຽວໄດ້ຮັບການປິ່ນປົວດີ ແລ້ວຕຳຫຼວດຈຶ່ງເຂົ້າຈັບກຸມຕົວໄວ້ພາຍຫຼັງເຈົ້າໜ້າທີ່ເຂົ້າຈັບກຸມແລ້ວ ທັງສອງໄດ້ໃຫ້ສາລະພາບວ່າແມ່ນຄວາມຈິງ ລັກລອບຂ້າມຊາຍແດນບໍ່ຖືກກົດໝາຍ, ການແພ່ເຊື້ອພະຍາດຮ້າຍແຮງ, ການການນຳຄົນຕ່າງດ້າວເຂົ້າປະເທດຜິດກົດໝາຍ ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງກັກໂຕໄວ້ເພື່ອດຳເນີນຄະດີຕາມລະບຽບກົດໝາຍສ່ວນ ທ້າວທະນະກິດ ອິນຊິງ ອາຍຸ 31 ປີ ຄົນຈັງຫວັດມະຫາສາລະຄາມ ແມ່ນຍັງປິ່ນປົວບໍ່ທັນດີ ແຕ່ກໍຈະໄດ້ຮັບຄວາມຜິດໃນຖານຄົນໄທແຕ່ເຂົ້າອອກຊາຍແດນລະຫວ່າງປະເທດຜິດກົດໝາຍ