ທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ (ທຄຕລ) ອານຸກຳມະການຮັບຜິດຊອບວຽກງານໂຄວິດ-19 ໄດ້ໃຫ້ຮູ້ວ່າ: ເນື່ອງຈາກສະພາບການລະບາດຂອງພະຍາດໂຄວິດ-19 ໃນປັດຈຸບັນ ທາງ ທຄຕລ ຈຶ່ງໄດ້ອອອກມາດຕະການຕໍ່ກັບລູກຄ້າທີ່ເຂົ້າມາໃຊ້ບໍລິການດັ່ງນີ້ ຕ້ອງສະແດງບັດຢັ້ງຢືນການຮັບວັກຊີນກັນພະຍາດໂຄວິດ-19 ທຸກຄັ້ງກ່ອນການເຂົ້າໃຊ້ບໍລິການ ແລະຕ້ອງມີການຢັ້ງຢືນຕົວຕົນຂອງລູກຄ້າ (ບັດປະຈໍາຕົວ, ປື້ມສໍາມະໂນຄົວ, passport ແລະ ເອກະສານທີ່ສາມາດຢັ້ງຢືນ ຕົວໄດ້) ຈັດສັນຄິວ ແລະ ສະຖານທີ່ໃນການໃຫ້ບໍລິການຕາມຄວາມເໝາະສົມ
ໃຫ້ປະຕິບັດມາດຕະການຮັກສາໄລຍະຫ່າງ ຢ່າງໜ້ອຍ 1 ແມັດ, ການວັດແທກອຸນຫະພູມ, ໃສ່ຜ້າປິດປາກ-ດັງ ແລະໃສ່ເຈວຂ້າເຊື້ອຢ່າງເຂັ້ມງວດ
ຄວນໃຊ້ຜະລິດຕະພັນ Digital Banking ຂອງ ທຄຕລ ເພື່ອຫຼີກລ່ຽງການເຂົ້າມາໃຊ້ບໍລິການຢູເຄົາເຕີ ເຊັ່ນ: BCEL-One, I-Bank, ການຖອນເງິນສົດຜ່ານຕູ້ ATM, ການມອບເງິນສົດຜ່ານຕູ້ CDM ແລະ ຜະລິດຕະພັນອື່ນໆຂອງ ທຄຕລ ຕາມຄວາມເໝາະສົມ