ໃນວັນທີ 1/07/2020 ເວລາ 22:13 ນາທີໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 020 5432 3636 ວ່າມີຄົນຖືກປຸ້ນຈີ້ຊີງຊັບແລະຖືກຕີເອົາລົດຈັກແຕ່ບໍ່ໄດ້ລົດໄດ້ແຕ່ ໂທລະສັບ ແລະກະເປົາເງິນ ຢູ່ບ້ານ ນາສາລາ ເມືອງໄຊທານີ ນະຄອນຫລວງວຽງຈັນ
ທີມກູ້ໄພອາສາເພື່ອປະຊາຊົນ ຈື່ງອອກກວດສອບເຫດພົບຜູ້ບາດເຈັບເປັນເພດຊາຍ 2 ຄົນ ຜູ້ທີ່1 ອາການເບື້ອງຕົ້ນແມ່ນຖືກກະທົບໃບຫນ້າຫົວແຕກເລືອດອອກຫູ ຄາດວ່າຖືກຄ້ອນຟາດ ຜູ້ທີ 2 ມີອາການໃບຫນ້າໃຂ່
ດັ່ງນັ້ນທີມກູ້ໄພອາສາເພື່ອປະຊາຊົນ ຈຶ່ງໄດ້ປະຖົມພະຍາບານເບື່ອງຕົ້ນແລ້ວນຳສົ່ງໂຮງໝໍມິດຕະພາບ150ຕຽງ.
ຕາມແຫລ່ງບອກວ່າຜູ້ເສຍຫາຍ ຫລື ຜູ້ເຄະຮ້າຍມັກໄປທ່ຽວກາງຄືນເປັນປະຈໍາ ສະນັ້ນຂໍໃຫ້ມີສະຕິໃນການໄປຫລິ້ນໄປທ່ຽວໃນຍາມກາງຄືນ ຖ້າບ່ອນໃດມີຄວາມສ່ຽງ ຫລື ບ່ອນບໍ່ມີໄຟສະຫວ່າງຄວນຫລີ້ກລ່ຽງ
ອຸປະຕິເຫດສຸກເສີນທ : 020 5432 3636 ສາຍດ່ວນ 1624
ຖ້າທ່ານໃດຕ້ອງຢາກເປັນສ່ວນໜື່ງໃນການຊ່ວຍເຫຼືອໜ່ວຍງານພວກເຮົາໃນການບໍລິຈາກ