ກົມອາຫານ ແລະ ຢາ, ກະຊວງສາທາລະນະສຸກ ເປີດເຜີຍບັນຊີລາຍການຜ້າອັດປາກ-ດັ່ງ ທີ່ໄດ້ຜ່ານການກວດກາຄຸນນະພາບດ້ານກາຍະພາບ (Physical) ບໍ່ບັນລຸມາດຕະຖານຜ້າອັດປາກ-ດັງ ເພື່ອນໍາໃຊ້ ທາງດ້ານການແພດແຕ່ສາມາດນໍາໃຊ້ເພື່ອປ້ອງກັນຝຸ່ນລະອອງທົ່ວໄປ ຫຼື ນໍາໃຊ້ໃນສະຖານທີ່ ທີ່ບໍ່ມີຄວາມສ່ຽງ ຫຼື ໃຊ້ໃນສັງຄົມທີ່ບໍ່ມີການໃກ້ຊິດກັບກໍລະນີສົງໃສການຕິດເຊື້ອ ຫຼື ພົວພັນກັບພະຍາດ COVID-19.
ພ້ອມທັງ, ບັນຊີລາຍການຜະລິດຕະພັນ ເຈວລ້າງມືທີ່ບໍ່ບັນລຸມາດຕະຖານນຳໃຊ້ຂ້າເຊື້ອພະຍາດ ໂດຍມີລາຍຊື່ລະອຽດຕາມແຈ້ງການນີ້
ຜ້າອັດປາກ-ດັງ ທີ່ໄດ້ຜ່ານການກວດຄຸນນະພາບດ້ານກາຍະພາບ ບໍ່ບັນລຸມາດຕະຖານ
ເຈວລ້າງມືທີ່ບໍ່ບັນລຸມາດຕະຖານນຳໃຊ້ຂ້າເຊື້ອພະຍາດ