ສະແດງຄວາມເສຍໃຈກັບເຫດການເສຍຊີວິດຂອງນັກຮ້ອງຊື່ດັງຂອງຊາວໄທ ແລະ ນັກຮ້ອງໃນດວງໃຈຂອງຊາວລາວ “ທັນວາ ຣາສີທະນູ“ ເສຍຊີວິດຈາກໂຄວິດ-19ອີງຕາມຕາມຂ່າວ Ch3Thalandnews ຂອງໄທລາຍງານເຊົ້າວັນທີ 8 ກັນຍາ 2021 ນີ້ໃຫ້ຮູ້ວ່າ
ທັນວາ ຣາສີທະນູ ນັກຮ້ອງເພື່ອຊີວິດທີ່ມີຊື່ສຽງໂດ່ງດັງຂອງໄທໄດ້ຈາກໄປຍ້ອນໂຄວິດ-19 ໃນໄວອາຍຸ 51 ປີ. ເຊື່ອແດ່ວ່າຄົນລາວຫລາຍໝື່ນຫລາຍແສນຄົນຄົງຈະເປັນແຟນເພງຂອງທ່ານເຊັ່ນ “ໄກ່ຕາຟາງ, ປາໄຫຼ, ກິ່ງກ່າທອງ, 11 ຣດ“ ແລະ ອື່ນໆ
ສະແດງຄວາມເສຍໃຈໃນການຈາກໄປຄັ້ງນີ້ເຊື່ອແດ່ວ່າສຽງເພງຂອງທ່ານຈະກ້ອງກັງວານຢູ່ໃນໃຈຂອງມວນຊົນທັງລາວ ແລະ ໄທຕະຫລອດໄປຂໍໃຫ້ດວງວິນຍານຂອງທ່ສນຈົ່ງໄປສູ່ສຸຄະຕິດ້ວຍເຖີດ.