ລັດວິສາຫະກິດລົດເມນະຄອນຫຼວງວຽງຈັນ ອອກຜະລິດຕະພັນໃໝ່ ເພື່ອສົ່ງເສີມການທ່ອງທ່ຽວໃນນະຄອນຫຼວງ ແບບຈ່າຍມອບເໝົາ 3 ວັນ ຂີ່ລວດ 3 ເສັ້ນທາງບໍ່ຈຳກັດຈຳນວນຄັ້ງ.
ບໍລິການໃໝ່ນີ້ແມ່ນເນັ້ນໜັກຮັບໃຊ້ບໍລິການແຂກນັກທ່ຽວທ່ຽວ ເປີດເຄົາເຕີ້ຂາຍທີ່ສະໜາມບິນ ສາກົນວັດໄຕ ຊື່ປີ້ລົດເມ Three-Day-Pass ລາຄາ 45 .000 ກີບ ໃຊ້ໄດ້ພາຍໃນ 3 ວັນ ຂີ່ລົດເມແບບບໍ່ຈໍາກັດຖ້ຽວແລ່ນ.
ຜູ້ທີ່ໃຊ້ບໍລິການປີ້ດັ່ງກ່າວແມ່ນສາມາດໃຊ້ໄດ້ 3 ສາຍທາງດັ່ງນີ້:
– ສາຍໄອເຕັກ – ຕະຫຼາດເຊົ້າ – ສະໜາມບີນ
– ສາຍຕະຫຼາດເຊົ້າ – ຕະຫຼາດຊັ່ງຈຽງ – ສີໄຄ
– ສາຍຕະຫຼາດເຊົ້າ – ທ່າເດື່ອ