ສຳນັກຂ່າວອິນໂດເນເຊຍລາຍງານວ່າ ໜຸ່ມອາຍຸ 28 ໝົດຄວາມອົດທົນ ຫຼັງຖືກເພື່ອນບ້ານຖາມຢູ່ນັ້ນແຫຼະວ່າ “ເມື່ອໃດຈະແຕ່ງງານ ?” ຕັດສິນໃຈເຂົ້າໄປໃນບ້ານບີບຄໍຈົນເສຍຊີວິດ ຂະນະທີ່ຜູ້ຕາຍກຳລັງຖືພາ ບໍ່ພໍຍັງລັກເງີນ ແລະ ໂທລະສັບປິດທ້າຍອີກ
ເມື່ອວັນທີ 19 ມັງກອນ ທ້າວ ໄຟອິຊ ນູຣ໌ດິນ ອາຍຸ 28 ປີ ກໍ່ເຫດຄາດກຳ ນົດ.ອາອິຊະຮ໌ ອາຍຸ 32 ປີ ກຳລັງຖືພາໃນບ້ານພັກຂອງນາງທີ່ກຣຸງຈາກາຕາຣ໌ ປະເທດອິນໂດເນເຊຍ ຫຼັງທົນບໍ່ໄຫວທີ່ນາງມົວແຕ່ມາຖາມວ່າມື້ໃດເຈົ້າຈະແຕ່ງງານ ໂດຍຜູ້ຕ້ອງຫາເປີດເຜີຍຜູ້ຕາຍເວົ້າກັບລາວວ່າ “ຮີບແຕ່ງງານໃຫ້ໄວໄດ້ !! ຄົນອື່ນຂົາແຕ່ງກັນໄປຫມົດແລ້ວ ເປັນຫຍັງຄື ບໍ່ແຕ່ງປານນີ້?” ເຮັດໃຫ້ທ້າວໄຟອິຊຮູ້ສຶກວ່າຄືເປັນຄຳເວົ້າເບິ່ງດູມິນ ໃນມື້ດຽວກັນທ້າວຈຶ່ງໄປຫາຜູ້ຕາຍທີ່ບ້ານ ນາງໃຫ້ທ້າວເຂົ້າມາທີ່ຫ້ອງນັ່ງຫລິ້ນໂດຍບໍ່ຮູ້ຊະຕາກຳ ກ່ອນຈະຖືກຊຸກລົງຕຽງ
ຫຼັງຈາກທ້າວຂຶ້ນຄ່ອມນາງພະຍາຍາມສູ້ສຸດຊີວິດ ດ້ວຍການກັດນິ້ວ ແຕ່ຂາດຜົນ ທ້າວໄຟອິຊໃຊ້ມື ບີບຄໍນາງຈົນເຖິງແກ່ຊີວິດ ເທົ່ານັ້ນຍັງບໍ່ພໍ ທ້າວໄຟອິຊຍັງລັກໂທລະສັບແລະເງີນຂອງຜູ້ຕາຍໄປອີກປະມານ 468,000 ກີບ ຕໍ່ມາຕຳຫຼວດໄດ້ຕາມໄລ່ລ່າຂະນະທີ່ທ້າວໄຟອິຊພະຍາຍາມຫຼົບໜີ ກ່ອນຮວບຕົວໄດ້ຫຼັງຖືກຍິງທີ່ຂາ ລາຍງານລະບຸວ່າຜູ້ຕ້ອງຫາອາດປະເຊີນໂທດຈຳຄຸກຕະຫລອດຊີວິດ ຊຶ່ງຕອນນີ້ກຳລັງຢູ່ໃນລະຫວ່າງຖ້າຄຳຕັດສິນ.