ຈາກການລາຍງານຂອງ ດຣ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ ໃນວັນທີ 28 ກໍລະກົດນີ້ ວ່າ: ລາຍລະອຽດຄົນເຈັບເສຍຊີວິດໃໝ່ເພດຍິງ, ອາຍຸ 23 ປີ, ອາຊີບແມ່ບ້ານ, ຢູ່ເຂດສາຍໄໝ ກຸງເທບຢູ່ປະເທດໄທຜູ້ກ່ຽວເສຍຊີວີດໃນເວລາ 7:30 ໂມງ ຂອງວັນທີ27.7.2021 ເຮັດວຽກ 1 ປີປາຍບ້ານຢູ່ປະຈຸບັນ ບ້ານ ດົງທ່າ, ເມືອງອຸທຸມພອນ, ແຂວງ ສະຫວັນນະເຂດ ເດີນທາງມາລາວ ວັນທີ 8 ກໍລະກົດ 2021 ຂ້າມດ່ານຂົວມິດຕະພາບ 2 ແລະ ໃນມື້ດຽວກັນນັ້ນໄດ້ເກັບຕົວຢ່າງສົ່ງກວດ ແລະ ຈຳກັດບໍລິເວນຢູ່ສູນທີ່ຄະນະສະເພາະກິດກຳນົດໄວ້ ວັນທີ 09 ກໍລະກົດ 2021 ເວລາ 20:00 ໂມງ ຜົນກວດຫ້ອງວິເຄາະ ກວດພົບເຊື້ອໂຄວິດ-19 ແລະ ສົ່ງນອນປິ່ນປົວ ໂຮງຫໍຫຼັກ 9 ເຂດເສດຖະກິດພິເສດສະຫວັນ-ເຊໂນ ວັນທີ 9 ຫາ 13 ກໍລະກົດ 2021 ອາການຊົງໂຕ ມີອາການເມື່ອຍ, ໄອເລັກອຍ, ຫູບໍ່ໄດ້ຍີນຊັດເຈນ
ແລະ ໄດ້ໃຫ້ຢາປິ່ນປົວຕາມອາການ. ວັນທີ 14 ຫາ 18 ກໍລະກົດ 2021 ມີອາການອິດເມື່ອຍ, ຫາຍໃຈຝືດ, ແໜ້ນໜ້າເອິກ ແລະ ມີອາການອ່ອນແຮງແຂນຂາວັນທີ 19 ຫາ 27 ກໍລະກົດ 2021 ຄົນເຈັບອາການໜັກ ບໍ່ໄດ້ສະຕິ, ໃສ່ເຄື່ອງຊ່ວຍຫາຍໃຈ ແລະ ຕິດຕາມອາການຢ່າງໃກ້ຊິດ, ໃສ່ຢາເຊີດຊູ ແຕ່ ຄົນເຈັບບໍ່ຕອບສະໜອງ, ແພດກໍ່ໄດ້ເຊິດຊູທຸກວິທີທາງສຸດຄວາມສາມາດ ແຕ່ບໍ່ສາມາດກອບກູ້ເອົຊີວີດຜູ້ກ່ຽວໄດ້