ຈາກການຖະແຫຼງຂ່າວຂອງຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ມາຮອດວັນທີ 19 ພຶດສະພາ 2021 ໃຫ້ຮູ້ວ່າ: ກວດພົບຜູ້ຕິດເຊື້ອໃໝ່ 50 ຕົວຢ່າງ. ໃນນີ້ ນະຄອນຫຼວງວຽງຈັນ 16 ຄົນ
ບໍ່ແກ້ວ 21 ຄົນ
ຈໍາປາສັກ 5 ຄົນ (ນໍາເຂົ້າ)
ສະຫວັນນະເຂດ 6 ຄົນ (ນຳເຂົ້າ)
ອຸດົມໄຊ 2 ຄົນ.ໃນນັ້ນມາຮອດມື້ນີ້ ສປປ ລາວ ມີຜູ້ຕິດເຊື້ອສະສົມລວມທັງໝົ້ດ 1.737 ຄົນ ຖ້າສະຖານະການຍັງເປັນແບບນີ້ອາດຈະເຖິງ 2.000 ຄົນຕາມການຄາດຄະເນຂອງອົງການອານາໄມໂລກໄດ້ຄາກຄະເນຜ່ານມາ ແລະ ປັດຈຸບັນໄດ້ປົວຫາຍດີ ທັງໝົ້ດ 708 ຄົນ, ພວມປິ່ນປົວຢູ່ 1.027 ຄົນ, ແລະ ເສຍຊີວິດສະສົມ 2 ຄົນ