ໃນວັນທີ 8 ກັນຍາ 2021ຢູ່ທີ ສູນກາງຊາວໜຸ່ມປະຊາຊົນປະຕິວັດລາວສຊປລທ່ານ ອາລຸນໄຊ ສູນນະລາດ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານ ສຊປລ ໄດ້ໃຫ້ກຽດຮັບເອົາຜົນງານຮູບແຕ້ມສີນໍ້າມັນໃສ່ຂອບສີຄໍາ
.
ຮູບຂອງທ່ານປະທານປະເທດແຫ່ງ ສປປ ລາວ ຜູ້ນໍາທີ່ແສນເຄົາລົບຮັກ ຈໍານວນ 8 ພາບ, ແຕ່ອະດີດຈົນເຖິງປັດຈຸບັນ, ຈາກ ທ່ານ ປຣະເສີດ ບັນຈົງພັກດີ ປະທານບໍລິສັດ ຫຍ້າສີຟ້າ(BlueGrass Design Group). ການມອບພາບດັ່ງກ່າວ, ເພື່ອເປັນການຊົມເຊີຍ ແລະ ຂໍ່ານັບຮັບຕ້ອນຄະນະ
.
ລັດຖະບານ ແຫ່ງ ສປປ ລາວ ຊຸດທີ IX ໂອກາດນີ້, ທ່ານ ອາລຸນໄຊ ສູນນະລາດ ໄດ້ສະແດງຄວາມຂອບໃຈຕໍ່ ທ່ານປະທານບໍລິສັດ ບຣູ ກຣາສ ທີ່ນໍາເອົາຮູບແຕ້ມທີ່ມີຄວາມສໍາຄັນ, ສວຍງາມ ແລະເປັນຮູບແຕ້ມບຸກຄົນສໍາຄັນຂອງຊາດ
.
ທີ່ປະຊາຊົນລາວບັນດາເຜົ່າ ໃນທົ່ວປະເທດໃຫ້ຄວາມເຄົາລົບນັບຖືແລະ ຈະນໍາເອົາຮູບດັ່ງກ່າວໄປໄວ້ຫໍມູນເຊື້ອຂອງ ສຊປລ ເພື່ອເປັນບ່ອນຮຽນຮູ້ທັດສະນະສຶກສາມູນເຊື້ອປະຫວັດສາດອັນດີງາມຂອງບັນດາຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວທັງຊາດ ໂດຍ: ຄຳສິງ ວິໄລຄຳກົມສື່ມວນຊົນໜຸ່ມລາວ
.