ເປັນອີກເລື່ອງທີ່ສ້າງຄວາມຮືຮາໃນໂລກອອນລາຍອີກແລ້ວ ໂດຍເລື່ອງນີ້ເດືອດຮ້ອນດ້ານຄວາມຄິດຈິນຕະນາການໄປທົ່ວ ເມື່ອມີຄົນອອກມາໂພສພາບກິນຊາບູ ແຕ່ໃນຖ້ວຍນັ້ນພັດມີຂີ້ກະເດືອນຢູ່ນໍາ.
ໂດຍເລື່ອງນີ້ແມ່ນເກີດຂຶ້ນຢູ່ປະເທດໄທ ມີເພຈຊື່ ຢາກດັງ ດຽວຈັດໃຫ້ ຣີເທີນ Part2 ໄດ້ໂພສພາບທີ່ໄດ້ມາຈາກສະມາຊິກເຟສບຸກທ່ານໜຶ່ງ ຫຼັງຈາກທີ່ຕົນເອງໄປກິນຊາບູຮ້ານດັງ ແຕ່ກັບມາພົບຂີ້ກະເດືອນປະປົນມາກັບອາຫານ
ແຕ່ດມື່ອສອບຖາມພະນັກງານ ກັບບອກວ່າ ເປັນຂາເຫັດ ຈຶ່ງຢາກໃຫ້ຄົນອື່ນຊ່ວຍກັນເບິ່ງວ່າມັນແມ່ນຫຍັງ.
ໂດຍຂໍ້ຄວາມໃນເພຈລະບຸໄວ້ວ່າ: ແມ່ນຫຍັງນິ?ໃຜຮູ້ແນ່ ສິ່ງນີ້ມັນຄືຂາເຫັດ ຫຼື ຂີ້ກະເດືອນ ຂ້າງໆລໍາຕົວມັນຈະເປັນປ່ອງໆ ມີຂີດເສັ້ນຄືກັບຂີ້ກະເດືອນ ແຕ່ທາງພະນັກງານແຈ້ງວ່າເປັນຂາເຫັດ ເປັນຂາເຫັດທີ່ແກ່ແລ້ວ.
ທັ້ງຍັງບອກອີກວ່າປົກກະຕິມາກິນຊາບຸຢູ່ຮ້ານນີ້ຕະຫຼອດ ແຕ່ບໍ່ເຄີຍພົບເຫດການແບບນີ້ ລອງເບິ່ງຊ່ວຍກັນແນ່ວ່າມັນເປັນຂາເຫັດ ຫຼື ຂີ້ກະເດືອນ ຫຼື ມັນແມ່ນຫຍັງ.