ຈາກຜູ້ໃຊ້ເຟສບຸກຊື່ ພູຄຳ ຣາຊວົງ ໄດ້ໂພສໃນວັນທີ 21/11/2021ວ່າ: ເບິ່ງຊ່ວຍກັນຜິດຫຼືຖືກກະວ່າກັນໄປລົດໂຮງຫມໍແຂວງວຽງຈັນ(ຫລືບຸກຄົນກະວ່າໄປ) ສິໄປສົ່ງຄົນເຈັບເສຍຊີວິດ(ອາຂອງຂ້ອຍເອງ)ຢູ່ບ້ານເກິນ ເມືອງທຸລະຄົມ ແຂວງວຽງຈັນ,
ຫລັງຈາກນັ້ນຂຶ້ນລົດມາລະຖາມຂາຍໂລງໃຫ້ (ມັນແມ່ນເວລາທີ່ເໝາະສົມລະບໍ່ທີ່ຖາມແບບນີ້ກັບຍາດຜູ້ເສຍຊີວິດ) ຫລັງຈາກຕອບວ່າບໍ່ຊື້ໂລງແລ້ວ ພະນັກງານຄົນນີ້ໄດ້ຈອດລົດໃຫ້ລົງແຄມທາງ ຍ້ອນວ່າບໍ່ຊື້ໂລງນຳລະບໍ່ໄປສົ່ງຕໍ່ ລູກຊາຍຂອງຜູ້ເສຍຊີວິດໄດ້ເອົາສົບຂອງຜູ້ເປັນແມ່ໃສ່ລົດສ່ວນຕົວກັບບ້ານເອງ
ແບບນີ້ກະມີຫວາ ຖ້າຖືກກັບຄອບຄົວຍາດພີ່ນ້ອງຂອງພວກເຈົ້າເດ້ສິຮູ້ສຶກແນວໃດ ຝາກຫນ່ວຍງານພາກສ່ວນກ່ຽວຂ້ອງຕິດຕາມກວດກາຄືນເບິ່ງວ່າເຮັດແບບນີ້ມັນເໜາະສົມແລ້ວບໍຕໍ່ກັບບັນຫາທີ່ເກີດຂຶ້ນ
ເຫດຜົນພຽງສຳນີ້ຈິດໃຈເຮັດດ້ວຍຫຍັງໄປສົ່ງກະບໍ່ໄດ້ໃຫ້ໄປສົ່ງຟຣີ
ຝາກກົດShareໃຫ້ແດ່
ເບິ່ງຄລິບ1
ເບິ່ງຄລິບ2
ທີ່ມາ