ພຣະອາຈານ ສຸກມີໄຊ ສີສຸກຂະລາດ ຊຶ່ຫລີ້ນວ່າ ພຣະຈອນນີ້ແມ່ນມີແຕ່ໂຕຜູ້ດຽວພໍ່ແມ່ ໄດ້ເສຍຊີວິດກ່ອນໜ້ານີ້ຫມົດແລ້ວ ສ່ວນພຣະອາຈານເປັນພຣະປະຈຳຢູ່ວັດປ່າທັມມະລົມ ນະຄອນໄກສອນພົມວິຫານ ແຂວງສະຫວັນນະເຂດ ໄດ້ເດີນທາງໄປປະຕິບັດສາສະນະກິດ ທີ່ວັດລາວພຸດທະຄະຍາອີນເຕີ ເມືອງຄະຍາ ລັດວິຫານ ປະເທດອີນເດຍ ເປັນໄລຍະເວລາ 3 ປີແລ້ວ, ພຣະອາຈານ ເລີ່ມມີອາການ ມີຄວາມຮູ້ສຶກບໍ່ສະບາຍ ແຫນ້ນຫນ້າອົກ ຫາຍໃຈບໍ່ສະດວກ, ແລ້ວໄດ້ໄປກວດຫາເຊື້ອພະຍາດໂຄວິດ19 ໃນວັນທີ 10ກໍລະກົດ2021,ຜົນກວດອອກມາເປັນບວກ ແລ້ວນຳຕົວເຂົ້າຮັກສາຢູ່ໂຮງໝໍຄໍເລັກ ເປັນໂຮງຫມໍເອກະຊົນ ທີ່ເມືອງຄະຍາ ປະເທດອີນເດຍ, ໂດຍໄດ້ຮັບການເອົາໃຈໃສ່ຕິດຕາມຢ່າງໃກ້ຊິດຂອງຄະນະສົງລາວວັດລາວພຸດຄະຍາອີນເຕີ ແລະຄະນະແພດໝໍ ພຣະອາຈານໄດ້ເຂົ້ານອນໂຮງໝໍ ເປັນເວລາ 20 ມື້
ກ່ອນຈະມໍລະນະພາບລົງ ໃນເວລາ 20:00 ໂມງ, ຂອງວັນທີ29ກໍລະກົດ2021 ສ່ວນພິທີຊາປະນະກິດສົບ ແມ່ນທາງຄະນະສະເພາະກິດ ຂອງປະເທດອີນເດຍດຳເນີນການຕາມຂັ້ນຕອນວິຊາການຂອງຜູ້ເສຍຊີວິດຈາກເຊື້ອພະຍາດໂຄວິດ19
ສຳລັບພິທີເກັບອັດຖິ ແລະ ພິທີເຮັດບຸນ ຖວາຍສັງຄະທານ ແຈກເຂົ້າຫາພຣະອາຈານ ສຸກມີໄຊ ສີສຸກຂະລາດ ແມ່ນຄະນະສົງວັດລາວພຸດທະຄະຍາອີນເຕີ ເມືອງຄະຍາ ລັດວິຫານ ປະເທດອີນເດຍ ເປັນຜູ້ຮັບຜິດຊອບແລະດຳເນີນງານ ນັບແຕ່ວັນທີ30ກໍລະກົດເປັນຕົ້ນໄປ