ເກີດເປັນກະແສໂດ່ງດັງໃນໂລກອອນໄລ໌ ໃນມື້ວັນທີ 27 ມັງກອນ2022 ຜູ້ທີ່ມີສັດປ່າຄອບຄອງ ລີງວອກນ້ອຍ1ໂຕເພດຜູ້ນໍ້າໜັກ 1,5 ກິໂລ ແລະ ຄ່າງ 1ໂຕເພດແມ່ ນໍ້າໜັກ 0,6 ກິໂລ ມອບໃຫ້ຢູ່ໃນຄວາມຮັບຜິດຊອບ ທາງເຈົ້າໜ້າທີ່ປ່າໄມ້ແຂວງຫລວງພະບາງ ແລະ ເຈົ້າໜ້າທີ່ພວກໂຄງການອານຸຮັກສັດປ່າ Free ther Bears .
ຄວາມຜູກພັນລະຫວ່າງເຈົ້າຂອງ ແລະ ລິງນ້ອຍ ເລີ່ມຈາກທີ່ລາວໄດ້ໄປເຫັນລີງຫຼົງຝູງ (ແມ່ຖິ້ມ) ມັນຍັງນ້ອຍຫຼາຍ ລະລາວເອົາມາລ້ຽງເພາະອີ່ຕົນມັນ ຢ້ານມັນຕາຍ ຕັ້ງຊື່ໃຫ້ວ່າໃບບຸນ ເນື່ອງຈາກໃຫ້ນ້ອງເລືອກຊື່ເອງ, ສ່ວນໂຕທີ2ແມ່ນ ກະເຈົ້າຍິງແມ່ມັນ ລະມັນຕົກຢູ່ປ່າ ຕາຂ້າງໜຶ່ງມີບາດແຜ ໝູ່ລາວເກັບມາລ້ຽງ ລະບໍ່ມີເວລາລ້ຽງ ລາວອີຕົນລະລາວກະເລີຍຂໍຊື້ນຳໝູ່ມາລ້ຽງເປັນຄູ່ກັບໃບບຸນ ຕັ້ງຊື່ວ່າໃບບົວ.
ຄລິບ1
ຄລິບ 2
ພາຍຫຼັງຈາກຄລິບດັ່ງກ່າວໄດ້ເຜີຍແຜ່ລົງໃນໂຊຊ້ຽວ ຊາວໂຊຊ້ຽວທັງຫຼາຍກໍ່ໄດ້ເກີດມີຄວາມອີຕົນສົງສານ ຮ້ອງໃຫ້ໄປຕາມໆກັນ ເລີຍຮຽກຮ້ອງໃຫ້ເຈົ້າໜ້າທີ່ສົ່ງລິງນ້ອຍຄືນໃຫ້ແກ່ເຈົ້າຂອງອີກຄັ້ງ
ເພາະວ່າຟໂົລາວບໍ່ໄດ້ເຮັດເພື່ອທຸລະກິດ ບໍ່ໄດ້ທາລຸນສັດ ສັດບໍ່ຢູ່ໃນປະເພດໃກ້ສູນພັນ ຫຼື ຫ້າມລ້ຽງ ລາວພຽງແຕ່ຊ່ວຍເຫຼືອ, ໃຫ້ທີ່ຢູ່ອາໃສ ແລະ ຄວາມຜູກພັນ ແຕ່ວ່າກົດໝາຍກໍ່ມີນະໂຍບາຍ ສາມາດໃຫ້ບຸກຄົນລ້ຽງໄດ້ຕາມເງື່ອນໄຂ ພຽງແຕ່ແນະນຳຜູ້ລ້ຽງ ໄປຂໍອະນຸຍາດ ແຈ້ງບັນຊີ ກໍ່ສາມາດລ້ຽງໄດ້