ວັນທີ 14 ມີນາ 2021 ເວລາ 18:00 ສະຖາບັນ The Black Academy ກ່ຽວກັບການສິດສອນປ່ຽນບຸກຄະລິດກະພາບ ໄດ້ເປີດໂຕສະຖາບັນຢ່າງເປັນທາງການ ຂຶ້ນທີ່ ສູນການຄ້າ ທາດຫຼວງພລາຊ່າຊັ້ນ3 ນະຄອນຫຼວງວຽງຈັນ
ໂດຍເປັນປະທ່ານງານ ຂອງທ່ານ ສຸລິຍົມ ຈັນດາລາແສນ ປະທານ ສະຖາບັນ The Black Academy, ທ່ານ ແບັງ ສີຫາລາດ ຜູ້ອໍານວຍການ ສະຖາບັນ The Black Academy,
ມີແຂກຖືກເຊີນບັນດານັກທຸລະກິດຈາກຫຼາຍພາກສ່ວນເຂົ້າຮ່ວມ, ມີຄູເຝິກສອນ, ດາລາ-ນັກສະແດງ, ນາຍແບບ-ນາງແບບ, ສື່ມວນຊົນເຂົ້າຮ່ວມຢ່າງຄຶກຄືນ.
ທ່ານ ປະທານ ໄດ້ຂຶ້ນກ່າວເປີດງານຢ່າງເປັນທາງການໂດຍມີການຕັດໂບ (Ribbon Cutting ) ຍິງດອກໄມ້ຜຸ ເປີດງານ ພ້ອມມີແຂກຮັບເຊີນເປັນສັກຂີພະຍານຢ່າງພ້ອມພຽງ ແລະ ທ່ານ ໄດ້ກ່າວເປີດງານບາງຕອນວ່າ: ການເປີດສະຖານບັນ The Black Academy ນີ້ ເພື່ອເປັນການເປີດໂອກາດໃຫ້ບັນດາໄວໜຸ່ມ ຫຼື ຜູ້ທີ່ຮັກມັກໃນດ້ານການປ່ຽນແປງບຸກຄະລິກະພາບ, ການສະແດງ, ເດີນແບບ, ການກິລາກາຍະກຳ, ເທັກຄອນໂດ, ການເຕັ້ນໂຊ ທາງສາຍງານບັນເທິງ ອື່ນໆ
ໄດ້ມີໂອກາດໃຫ້ບັນດາກຸ່ມຄົນທີ່ຈະເຝິກຝົນຕົນເອງໃຫ້ກ້າສະແດງອອກໃນຫຼາຍຮູບແບບຕາມຄວາມຮັກມັກຂອງພວກເຂົາ ແລະ ທ່ານຍັງກ່າວຕື່ມວ່າຕົນເອງເປັນຜູ້ມີຄວາມຮັບຜິດຊອບສູງຕໍ່ການບໍລິຫານບຸກຄະລາກອນ, ມີຄວາມຮູ້ທັກສະໃນແຜນການເຄື່ອນໄຫວ, ການສິດສອນແມ່ນໃຫ້ສອດຄ່ອງກັບວັດທະນະທຳ-ສັງຄົມ ແລະ ກົດໝາຍຂອງຊາດລາວເຮົາ
ທ່ານຍັງໄດ້ ຂອບໃຈແຂກເຂົ້າຮ່ວມງານ, ຂອບໃຈຜູ້ສະໜັບສະໜູນທຸກພາກສ່ວນ…ພາຍໃນງານຍັງມີການເປີດໂຕບັນດາຄູເຝິກສອນທີ່ມີປະສົບການໃນວົງການຫຼາຍກວ່າ 10ປີ, ມີການເດີນແບບ ແຟຊັ່ນໂຊ, ການຮ້ອງເພງ, ເຕັ້ນ, ສະແດງກິລາເທັກຄອນໂດ້ ແລະ ອື່ນໆ ແລະ ຮຽກຮ້ອງເຊີນຊວນທຸກທ່ານທີ່ຈະຢາກໃຫ້ລູກຫຼານຕົນເອງໄດ້ມີປະສົບການດີີດີແບບນີ້ກໍສາມາດເຂົ້າຮ່ວມສະໝັກຮຽນນຳສະຖານບັນພວກເຮົາໄດ້.
ພາບ – ຂ່າວ: ພອນໄຊ