ສປປ ລາວ ກວດພົບ ຜູ້ຕິດເຊື້ອໂຄວິດສູງສຸດ ແລະ ການເສຍຊີວິດສູງສຸດ ຕັ້ງແຕ່ມີການລະບາດ ເປັນຕົ້ນມາ, ໂດຍໃນວັນອັງຄານ ທີ 16/11/2021 ກວດພົບການຕິດເຊື້ອໂຄວິດ ສູງເຖິງ 1.306 ຄົນ ແລະ ເສຍຊີວິດເພີ່ມ +6 ຄົນ.
ແຂວງຜົ້ງສາລີ ມີອັດຕາການກວດພົບການຕິດເຊື້ອໂຄວິດ ສູງສຸດ ໂດຍກວດ 345 ຕົວຢ່າງ ພົບເຊື້ອໂຄວິດ 121 ຄົນ ຄິດເປັນ 35.07 %.
ລາຍລະອຽດເພີ່ມຕື່ມ ຄະນະສະເພາະກິດ ຈະໄດ້ແຈ້ງໃຫ້ຊາບຕື່ມ ໃນເວລາ 10:30