ເຫດການກ່ອນຫນ້ານີ້ແມ່ນເກີດຂື້ນໃນ ວັນທີ 16 . 07 . 2020 ເວລາ 10 : 45 ນາທີ ໄດ້ມີນັກເລງອັນຕະພານເຂົ້າມາທຳຮ້າຍຮ່າງກາຍອາສາຂອງພວກເຮົາຫນ່ວຍກູ້ໄພນະຄອນຫລວງເຂດ2ຢູ່ຈຸດເມືອງຫາດຊາຍຟອງ
ໃນຄະນະທີ່ອາສາພວກເຮົາກຳລັງນັ່ງຫລີ້ນລໍຖ້າອອກເຫດຢູ່ຈຸດໃດ້ມີໄວລຸ້ນຄົນຫນື່ງຂີ່ລົດຈັກກາຍມາແລ້ວມາຫາວ່າອາສາເຮົາແນມຫນ້າແລ້ວກໍ່ເຂົ້າມາທຳຮ້າຍຮ່າງກາຍ
ແລ້ວຍັງຍົກພວກກັບມາຊຸດທີ2ອີກຈຳນວນຫລາຍຈະມາຕີອ້າຍນ້ອງແລະຍັງມາທຳລາຍເຄື່ອງຂອງໃຊ້ສ່ວນລວມເສຍຫາຍ
ແລະໃນປະຈຸບັນນີ້ແມ່ນເຈົ້າໜ້າທີ່ຕຳຫຼວດ1191ເມືອງຫາດຊາຍຟອງແມ່ນຈັບໄດ້ແລ້ວ.
ຂໍຂອບໃຈທຸກໆພາກສ່ວນທີ່ເປັນຫ່ວງແລະໃຫ້ກຳລັງໃຈອ້າຍນ້ອງກູ້ໄພພວກເຮົາແລະຂໍຂອບໃຈເປັນຢ່າງສູງຕໍ່ເຈົ້າໜ້າທີ່ຕຳຫຼວດ1191ເມືອງຫາດຊາຍຟອງທີ່ໄດ້ນຳຈັບຜູ້ກໍ່ເຫດໄດ້ທັນເຫດການ.
ຕອນນີ້ຍັງຢູ່ໃນການສືບສວນສອບສວນຂອງເຈົ້າໜ້າທີ່ຕຳຫຼວດ