ເປັນພໍ່ແມ່ມືໃໝ່ທີ່ທຸ້ມເວລາໃຫ້ກັບການລ້ຽງລູກສຸດໆ ສຳລັບຄູ່ຂອງນັກສະແດງໜຸ່ມໄທ ຟຸກ-ຈິຣະ ດ່ານບະວອນກຽດ ແລະ ພັນລະຍາສາວລາວ “ແອັບເປິ້ນ ສີສະຫງຽນ” ທີ່ຕອນນີ້ມີ ນ້ອງຈູນີ່ ມາເປັນພະຍານຮັກ ແລະ ພໍ່ແມ່ມືໃໝ່ກໍທຸ້ມເທລ້ຽງລູກຢ່າງດີທີ່ສຸດ ໂດຍສະເພາະແມ່ແອັບເປິ້ນ ທີ່ຕອນນີ້ເຮັດໜ້າທີ່ແມ່ເຕັມເວລາບໍ່ຄ່ອຍໄດ້ຫຼັບໄດ້ນອນ. ຫຼ້າສຸດໜຸ່ມຟຸກເລີຍຂໍໂພສອິນສະຕາແກຣມຂອບໃຈພັນລະຍາຄົນງາມທີ່ທຸ້ມເທຫຼາຍຂະໜາດນີ້
ໂດຍຜູ້ກ່ຽວໄດ້ໂພສພາບສາວແອັບເປິ້ນຂະນະທີ່ຫຼັບຢູ່ຂ້າງໆລູກນ້ອຍ ພ້ອມກັບຂໍ້ຄວາມວ່າ “ຫຼັບທັງສອງ. ກຳລັງໃຈຂອງພໍ່. ເທົ່ານີ້ກໍມີແຮງສູ້ຕໍ່ໃນທຸກມື້ລະ. ຄິດເຖິງຜູ້ຍິງຄົນນີ້ສະເໝີ ວ່າລາວຕ້ອງຕໍ່ສູ້ຫຍັງມາແດ່. ຄົນນີ້ທີ່ຢູ່ຂ້າງເຮົາມາຕະຫຼອດ ຕ້ອງລຳບາກສະລະຊີວິດສ່ວນຕົວ ແລະ ຖືພາຈົນລູກເກີດ. ໃສຈະຕ້ອງລ້ຽງລູກອີກ. ໜັກສຸດໆ ກໍຕອນໃຫ້ນົມ. ຂອບໃຈເດີທີ່ຮັກ ທີ່ມອບຄວາມສຸກນີ້ໃຫ້ກັບອ້າຍ #ຮັກເດີແມ່ຂອງລູກ #ມີເມຍດຽວມັນເທ້ຈະຕາຍ #ບໍ່ເປືອງເງິນນຳ”
ເຈິແຮສແທັກສຸດທ້າຍເຂົ້າໄປ ເຮັດເອົາຫຼາຍໆ ຄົນເຂົ້າມາຄອມເມັ້ນແຊວກັນໃຫຍ່ວ່າ “ເກືອບຈະດີຢູ່ແລ້ວເດີພໍ່ເອີຍ” ຈະເປືອງບໍ່ເປືອງບໍ່ຮູ້ ແຕ່ທີ່ຮູ້ໆ ມີເມຍດຽວມັນເທ້ສຸດໆໄປເລີຍເນາະໜຸ່ມຟຸກ.