ມື້ນີ້ເປັນວັນ ວິສາຂະບູຊາ (ວັນສິນ ຂຶ້ນ ໑໕ ຄ່ຳ ເດືອນ ໖) ເປັນວັນສຳຄັນໃນທາງພຣະພຸດທະສາສະໜາ

ມື້ນີ້ເປັນວັນ ວິສາຂະບູຊາ (ວັນສິນ ຂຶ້ນ ໑໕ ຄ່ຳ ເດືອນ ໖) ເປັນວັນສຳຄັນໃນທາງພຣະພຸດທະສາສະໜາ

ມື້ນີ້ເປັນວັນ ວິສາຂະບູຊາ (ວັນສິນ ຂຶ້ນ ໑໕ ຄ່ຳ ເດືອນ ໖) ເປັນວັນສຳຄັນໃນທາງພຣະພຸດທະສາສະໜາ ອັນມີເຫດການສຳຄັນ ໓ ເຫດການ ຄື ເປັນຄ້າຍວັນທີ່ “ປະສູຕ” ຂອງເຈົ້າຊາຍສິທທັຕຖະ (ວັນເພັນ ເດືອນ ໖ ປີຈໍ) ຜູ້ເຊິ່ງຕໍ່ມາໄດ້ “ຕັສສະຮູ້” ເປັນພຣະສັມມາສັມພຸທທະເຈົ້າ ຜູ້ຊົງປະກອບດ້ວຍ “ພຣະບໍລິສຸດທິຄຸນ” , “ພຣະປັນຍາທິຄຸນ” “ພຣະມະຫາກະຣຸນາທິຄຸນ” ສັ່ງສອນປະກາດສັຈຈະທັມ , (ວັນເພັນ ເດືອນ ໖ ປີຣະກາ) ຈົນຮອດ”ສະເດັດດັບຂັນປະຣິນິພພານ” ໃນວາລະສຸດທ້າຍ (ວັນເພັນ ເດືອນ ໖ ປີມະເສັງ) ເຊິ່ງທັງ ໓ ເຫດການນີ້ ເກີດຂຶ້ນສືບເນື່ອງໃນວັນເພັນ ເດືອນ ໖ (ວັນຂຶ້ນ ໑໕ ຄ່ຳ ເດືອນ ໖ ຕ່າງປີ) ເຊິ່ງຮຽກອີກຢ່າງວ່າ ວັນວິສາຂະບູຊາ ເຮັດໃຫ້ພຣະພຸດທະສາສະນາໄດ້ບັງເກີດແລະສືບຕໍ່ມາຢ່າງຫມັ່ນຄົງຈົນຮອດປັດຈຸບັນ

ວັນວິສາຂະບູຊາ ເປັນວັນເກີດເຫດການສຳຄັນ ຂອງພຣະພຸທທະເຈົ້າ ໂດຍກົງ ໃນເຫດການດັ່ງກ່າວ ຄະຕິທັມຫລັກ ຄື ໄຕຣລັກສະນະ ຫລື ອະນິຈຈະລັກສະນະ ອັນໄດ້ແກ່ຄວາມເປັນທຳມະດາຂອງໂລກ ໓ ປະການ ຄື ອະນິຈຈັງ ຄວາມບໍທ່ຽງ ທຸກຂັງ ຄວາມເປັນທຸກ ຕັ້ງຢູ່ໃນສະພາບເກົ່າບໍ່ໄດ້ ແລະ ອະນັຕຕາ ຄວາມບໍ່ແມ່ນຕົວຕົນ ເຮົາເຂົາ ບັງຂັບບໍ່ໄດ້. ເຊິ່ງທຸກສັພພະສິ່ງ ລ້ວນຕົກຢູ່ໃນສະພາບ ໓ ປະການນີ້ ເຖິງພຣະພຸທທະເຈົ້າກໍ່ຍັງຕັ້ງຢູ່ກົດເຫລົ່ານີ້ ບໍ່ສາມາດພົ້ນໄດ້ຈົນຈະປະຣິນິພພານ ຈຶ່ງພົ້ນໄດ້

ຫຼັກທັມທີ່ສຳຄັນໃນວັນວິສາຂະບູຊາ ທີ່ຄວນນຳມາປະຕິ ບັດໃນວັນວິສາຂະບູຊາ ພຸທທະສາສນິກະຊົນທັງຫຼາຍຄວນຢຶດໝັ້ນໃນຫຼັກທັມ ຊຶ່ງຫຼັກທັມທີ່ຄວນນຳມາປະຕິບັດໃນວັນວິສາຂບູຊາໄດ້ແກ່ ຄວາມກະຕັນຍູ ຄື ການຮູ້ຄຸນຄົນ ເປັນຄຸນນະທັມທີ່ຄູ່ກັບຄວາມກະຕະເວທີ ຊຶ່ງໝາຍເຖິງການຕອບແທນຄຸນທີ່ມີຜູ້ເຮັດໄວ້ ຄວາມກະຕັນຍູ ແລະຄວາມກະຕະເວທີນີ້ ເປັນເຄື່ອງໝາຍຂອງຄົນດີ ເຮັດໃຫ້ຄອບຄົວ ແລະສັງຄົມມີຄວາມສຸກ ຊຶ່ງຄວາມກະຕັນຍູກະຕະເວທີນັ້ນສາມາດເກີດຂຶ້ນໄດ້ກັບທັງ ບິດາມານດາ ແລະ ລູກ ຄູອາຈານກັບນັກຮຽນ ນາຍຈ້າງກັບລູກຈ້າງ ຊາຕກັບພຣະສາສະນາ…

ໃນພຣະພຸດທະສາສນາ ປຽບພຣະພຸດທະເຈົ້າດັ່ງກັບບຸພກາຣີ ຜູ້ຊີ້ໃຫ້ເຫັນທາງຫຼຸດພົ້ນແຫ່ງຄວາມທຸກ ດັ່ງນັ້ນພຸທ ທະສາສນິກະຊົນຈຶ່ງຄວນຕອບແທນດ້ວຍຄວາມກະຕັນຍູກະຕະເວທີດ້ວຍການທຳນຸບຳລຸງພຣະພຸດທະສາສນາ ແລະດຳລົງພຣະພຸດທະສາສນາໃຫ້ຢູ່ສືບໄປ”ອຣິຍສັຈ 4 ຄືຄວາມຈິງອັນປະເສີດ 4 ປະການທີ່ພຣະພຸດທະເຈົ້າທຣົງຕຣັສຮູ້ໃນວັນວິສາຂະບູຊາ ໄດ້ແກ່, ​ທຸກ” ຄື ປັນຫາຂອງຊີວິດ ສະພາວະທີ່ທົນໄດ້ຍາກ ຊຶ່ງທຸກຂັ້ນພື້ນຖານ ຄື ການເກີດ ແກ່ ແລະ ຕາຍ ລ້ວນເປັນສິ່ງທີ່ທຸກຄົນຕ້ອງຜະເຊີນ…,​ສະມຸທັຍ” ຄື ຕົ້ນເຫດຂອງປັນຫາ ຫຼືສາເຫດຂອງການເກີດທຸກ ແລະສາເຫດສ່ວນໃຫຍ່ຂອງປັນຫາເກີດຈາກ “ຕັນຫາ” ອັນໄດ້ແກ່ ຄວາມຢາກໄດ້ຕ່າງໆຢ່າງບໍ່ມີທີ່ສິ້ນສຸດ…​,ນິໂຣທ” ຄື ຄວາມດັບທຸກ ເປັນສະພາບທີ່ຄວາມທຸກໝົດໄປ ເພາະສາມາດດັບກິເລສ ຕັນຫາ ອຸປາທານອອກໄປໄດ້…, ມັຄ ຄື ຫົນທາງທີ່ນຳໄປສູ່ການດັບທຸກ ເປັນການປະຕິບັດເພື່ອແກ້ປັນຫາ ມີ 8 ປະການ ໄດ້ແກ່ ຄວາມເຫັນຊອບ ດຳຣິຊອບ ວາຈາຊອບ ກະທຳຊອບ ລ້ຽງຊີບຊອບ ພະຍາຍາມຊອບ ລະນຶກຊອບ ຕັ້ງຈິຕໝັ້ນຊອບ…​ຄວາມບໍ່ປະໝາດ ຄື ການມີສະຕິຕລອດເວລາ ບໍ່ວ່າຈະເຮັດອັນໃດ ເວົ້າອັນໃດ ຄິດອັນໃດ ລ້ວນຕ້ອງໃຊ້ສະຕິ ເພາະສະຕິຄືການລະນຶກໄດ້ ການລະນຶກໄດ້ຢູ່ສະເໝີຈະເຮັດໃຫ້ເຮົາໃຊ້ຊີວິດຢ່າງບໍ່ປະໝາດ ຊຶ່ງຄວາມປະໝາດນັ້ນຈະເຮັດໃຫ້ເກີດປັນຫາຫຍຸ້ງຍາກຕາມມາ ດັ່ງນັ້ນໃນວັນນີ້ພຸດທະສາສນິກຊົນຈະພາກັນນ້ອມລະນຶກເຖິງຄຸນພຣະພຸທທະເຈົ້າ ພຣະທັມ ແລະພຣະສົງ ດ້ວຍຄວາມມີສະຕິວັນວິສາຂະບູຊາ ນັບວ່າເປັນວັນທີ່ມີຄວາມສຳຄັນສຳລັບພຸດທະສາສນິກຊົນທຸກຄົນ ເປັນວັນທີ່ມີການເຮັດພິທີພຸດທະບູຊາ ເພື່ອເປັນການນ້ອມລະນຶກເຖິງພຣະວິສຸດທິຄຸນ ພຣະປັນຍາຄຸນ ແລະພຣະມະຫາກະຣຸນາທິຄຸນ ຂອງພຣະສັມມາສັມພຸດທະເຈົ້າທີ່ມີຕໍ່ມວນມະນຸດ ແລະສັບພະສັດ ອີກທັງເພື່ອເປັນການລະນຶກເຖິງເຫດການອັນໜ້າອັດສະ ຈັນທັງ 3 ປະການ ທີ່ມາບັງເກີດໃນວັນດຽວກັນ ແລະນຳຫຼັກທັມຄຳ ສັ່ງສອນຂອງພຣະພຸດທະອົງມາເປັນແນວທາງການປະຕິ ບັດໃນການດຳລົງຊີວິດ

26 ເມສາ 2564 ຈສ 1383 26 ເມສາ 2021 ກັມມາທິການເຜີຍແຜ່ສີລະທັມແລະປະຕິບັດກັມມະຖານ

ຂ່າວທົ່ວໄປ