ລັດຖະບານລາວອະນຸມັດ 449 ສຳປະທານການຂຸດຄົ້ນແຮ່ທາດ ໃຫ້ກັບ 275 ບໍລິສັດ ລົງທຶນຈາກຕ່າງປະເທດ ໃນນີ້ໄດ້ຂຸດຄົ້ນໂຕຈິງແລ້ວ 141 ກິດຈະການ ໂດຍບໍ່ຮວມເຖິງສຳປະທານທີ່ຂັ້ນທ້ອງຖິ່ນອະນຸຍາດແຕ່ຢ່າງໃດ.
ທ່ານຄຳມະນີ ອິນທິລາດ ລັດຖະມົນຕີວ່າການກະຊວງພະລັງງານ ແລະບໍ່ແຮ່ ຢືນຢັນວ່າ ການສຳຫຼວດຫາແຫຼ່ງແຮ່ທາດຕ່າງໆໃນທົ່ວປະເທດລາວ ໄດ້ສຳຫຼວດພົບແຮ່ທາດແລ້ວຫາຍກວ່າ 570 ແຫຼ່ງ ທີ່ກວມເອົາເນື້ອທີ່ກວ້າງກວ່າ 162,104 ກິໂລແມັດມົນທົນຫຼືເກືອບ 70 ເປີເຊັນຂອງພື້ນທີ່ທັງໝົດ ໂດຍໃນປັດຈຸບັນນີ້ ທາງການລາວ ໄດ້ອະນຸຍາດສຳປະທານໃຫ້ບໍລິສັດລາວ ແລະຕ່າງຊາດໄປແລ້ວ 649 ບໍລິສັດໃນ 942 ກິດຈະການ ໃນນີ້ເປັນການອະນຸຍາດໂດຍຂັ້ນສູນກາງ 275 ບໍລິສັດໃນ 449 ກິດຈະການທີ່ໄດ້ລົງທຶນຂຸດຄົ້ນໂຕຈິງແລ້ວ 79 ບໍລິສັດ ໃນ 141 ກິດຈະການ ດັ່ງທີ່ທ່ານຄຳມະນີ ໄດ້ຖະແຫຼງຢືນຢັນວ່າ
“ນັບຕັ້ງແຕ່ປີ 1990 ເປັນຕົ້ນມານີ້ ລັດຖະບານໄດ້ເປີດກວ້າງ ໂດຍອະນຸຍາດໃຫ້ຜູ້ລົງທຶນທັງພາຍໃນແລະຕ່າງປະເທດ ສາມາດລົງທຶນເຂົ້າໃສ່ໃນການພັດທະນາທາງດ້ານອຸດສາຫະກຳບໍ່ແຮ່ ຊຶ່ງມາຮອດປັດຈຸບັນນີ້ ພວກເຮົາໄດ້ອະນຸຍາດໃຫ້ບໍລິສັດໄດ້ລົງທຶນແລ້ວ 275 ບໍລິສັດຊຶ່ງມີຢູ່ 449 ກິດຈະການຢູ່ໃນນີ້ ມີຂັ້ນຕອນໃນການສຳປະທານຂຸດຄົ້ນ 79 ບໍລິສັດ ມີຢູ່ 141 ກິດຈະການ.”
ສ່ວນທີ່ເປັນການອະນຸຍາດສຳປະທານ ໂດຍຂັ້ນທ້ອງຖິ່ນນັ້ນມີຢູ່ເຖິງ 374 ບໍລິສັດ ໃນ493 ກິດຈະການ ໂດຍສ່ວນຫຼາຍເປັນກິດຈະການຂະໜາດນ້ອຍ ທັ້ງນີ້ໂດຍບໍລິສັດຈາກຈີນ ຖືເປັນພາກສ່ວນທີ່ໄດ້ລົງທຶນໃນການຂຸດຄົ້ນແຮ່ທາດໃນລາວຫຼາຍທີ່ສຸດ ຊຶ່ງໃນປັດຈຸບັນກໍປາກົດວ່າ ບໍລິສັດຈາກຈີນ ໄດ້ມີການຂຸດຄົ້ນແຮ່ທາດແລ້ວ ເຖິງ 52 ກິດຈະການ ສ່ວນອີກຫຼາຍກວ່າ 30 ກິດຈະການກຳລັງດຳເນີນການສຳຫຼວດ ແລະຈັດທຳບົດວິພາກເສດຖະກິດ ເພື່ອຂໍອະນຸຍາດສຳປະທານຂຸດຄົ້ນຈາກລັດຖະບານລາວຕໍ່ໄປໂດຍສຳປະທານຂຸດຄົ້ນແຮ່ທາດຂະໜາດໃຫຍ່ ທີ່ມີມູນຄ່າການລົງທຶນຫຼາຍທີ່ສຸດໃນລາວກໍຄື ເໝືອງແຮ່ຢູ່ທີ່ເຊໂປນ ຂອງບໍລິສັດ Lane Xang Mineral ຈຳກັດຈາກຈີນແລະຢູ່ທີ່ເຂດພູເບ້ຍ ຂອງບໍລິສັດ Phoubia Mining ຈຳກັດຈາກປະເທດອອສເຕຣເລຍ.
ແຕ່ຢ່າງໃດກໍຕາມແຮ່ທາດຢູ່ໃນເຂດສຳປະທານຂອງກຸ່ມບໍລິສັດ Lane Xang Mineralຈຳກັດ ແລະບໍລິສັດ Phoubia Mining ຈຳກັດ ກໍມີປະລິມານລົດລົງຢ່າງຕໍ່ເນື່ອງ ໂດຍຈາກສະພາບການທີ່ເປັນຢູ່ໃນປັດຈຸບັນນີ້ ເຮັດໃຫ້ສາມາດຄາດ ໝາຍໄດ້ວ່າ ປະລິມານແຮ່ທາດທີ່ຢູ່ໃນເຂດສຳປະຂອງທັງ 2 ບໍລິສັດດັ່ງກ່າວນີ້ຍັງເຫຼືອໃຫ້ຂຸດຄົ້ນຕໍ່ໄປອີກຈົນເຖິງທ້າຍປີ 2020 ແລະ 2021 ຕາມລຳດັບ ໂດຍເໝືອງແຮ່ທີ່ເຊໂປນ ຢູ່ເມືອງວີລະບຸ ແຂວງສະຫວັນນະເຂດ ທີ່ເລີ້ມຂຸດຄົ້ນ ແລະຜະລິດຄຳໃນປີ 2003 ແລະທອງແດງ ໃນປີ 2005 ມາຮອດປັດຈຸບັນນີ້ກໍສາມາດຜະລິດແຮ່ທາດໄດ້ລົດລົງນັບມື້ ໂດຍໄດ້ຢຸດການຂຸດຄົ້ນ ແລະຜະລິດຄຳນັບແຕ່ທ້າຍປີ 2013 ເປັນຕົ້ນມາ ຈຶ່ງຍັງເຫຼືອພຽງການຂຸດຄົ້ນ ແລະຜະລິດທອງແດງທີ່ຄາດວ່າໃນຕະຫຼອດປີ 2019 ນີ້ຈະຜະລິດໄດ້ບໍ່ເກີນ80,000 ໂຕນເທົ່ານັ້ນ.
ສ່ວນການຂຸດຄົ້ນຢູ່ທີ່ເຂດພູເບ້ຍ ໃນແຂວງໄຊສົມບູນຂອງບໍລິສັດ Phoubia Miningຈຳກັດຂອງກຸ່ມບໍລິສັດ Pan Australia ນັ້ນໄດ້ເລີ້ມການຂຸດຄົ້ນ ແລະຜະລິດຄຳ ທອງແດງ ແລະເງິນ ຢູ່ທີ່ເຂດພູຄຳ ນັບແຕ່ປີ 2008 ແລະເລີ້ມການຂຸດຄົ້ນ ແລະຜະລິດຄຳກັບເງິນຢູ່ບ້ານຫ້ວຍຊາຍ ນັບແຕ່ປີ 2012 ເຖິງ 2018 ກໍປາກົດວ່າ ຜະລິດຄຳໄດ້ໃນປະລິມານລວມ 1.2 ລ້ານອອນ ທອງແດງ 660,000 ກວ່າໂຕນ ແລະແຮ່ເງິນ 8.1 ລ້ານໂຕນ ໂດຍໄດ້ມອບພັນທະໃຫ້ລັດຖະບານລາວຫຼາຍກວ່າ 716 ລ້ານ ໂດລາສະຫະລັດໃນຂະນະທີ່ປະຊາຊົນທີ່ຖືກກະທົບນັ້ນກໍຍັງໄດ້ຮັບການຊົດເຊີຍບໍ່ທັນຄົບຖ້ວນ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງໃນສະພາປະຊາຊົນຂັ້ນແຂວງໄຊສົມບູນຢືນຢັນວ່າ.
“ບັນຫາທີ່ເຂົາເຈົ້າຮ້ອງຮຽນມານີ້ ແມ່ນທາງບໍລິສັດ Phoubia Mining ຍັງບໍ່ທັນຈ່າຍຄ່າຊົດເຊີຍໃຫ້ແກ່ເຂົາເຈົ້າ ບ່ອນທີ່ ທີ່ດິນເຂົາເຈົ້າຖືກຜົນກະທົບໃນບໍລິເວນຂອບເຂດບໍລິສັດ ພວກເຮົາກະມີແຕ່ອີງໃສ່ກົດໝາຍການຊົດເຊີຍໃນປັດຈຸບັນນີ້ຍັງຢູ່ໃນຂັ້ນຕອນຂອງທາງຂັ້ນເຈົ້າເມືອງ ແລະແຜນການຕ່າງໆໄດ້ລົງໄປເກັບກຳຂໍ້ມູນຕື່ມອີກ ແລ້ວກະສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ກະວ່າພາຍຫຼັງທີ່ມີການຕິດຕາມກວດກາ ມີການແກ້ໄຂແນວໃດຫັ້ນ ກະໃຫ້ລາຍງານສະພາຂອງພວກເຮົາ.”
ໂດຍເຂດສຳປະທານຂອງບໍລິສັດ Phoubia ທີ່ພູຄຳ ແລະບ້ານຫ້ວຍຊາຍດັ່ງກ່າວນີ້ມີເນື້ອທີ່ຮວມກວ້າງກວ່າ 2,600 ກິໂລແມັດມົນທົນ ທີ່ກວມເອົາທີ່ດິນ ແລະສິ່ງປູກສ້າງຂອງປະຊຳຊົນລາວ 94 ຄົວເຮືອນ.