ວອນສັງຄົມຊ່ວຍເຫຼືອ ຄອບຄົວທຸກຍາກ ຜູ້ປ່ວຍຊື່ : ນ. ໄຊ ແສງຄູນດົມ ອາຍຸ 29ປີ ບ້ານ ນາກາຍ ເມືອງ ນາກາຍ ແຂວງຄຳມ່ວນ
ປະຈຸບັນອາໃສຢູ່ : ບ້ານ ປາກດົງ ເມືອງທ່າແຂກ ແຂວງ ຄຳມ່ວນ ອາໃສນຳແມ່ລ້ຽງ ຊື່ : ນ. ຄຳຈັນ ໜໍ່ຊຽງຂວາງ ຢູ່ບ້ານ ປາກດົງ ເມືອງ ທ່າແຂກ ແຂວງ ຄຳມ່ວນ
ນ. ໄຊ ແສງຄູນດົມ ເຄີຍປະສົບອຸປະຕິເຫດລົດຈັກເກາະແລ້ວລົ້ມເຮັດໃຫ້ຫົວແຕກໄດ້ປະມານ 1 ປີປາຍ ແຕ່ຍັງບໍ່ທັນມີອາການຫຍັງເກີດຂື້ນ ພໍຢູ່ມາໄດ້ໄລຍະ 4-5ເດືອນຜູ້ກ່ຽວຈຶ່ງມີອາການເຈັບຫົວແຮງແລ້ວມີອາການຊັກເປັນໄລຍະ” ຍ້ອນບໍ່ມີເງີນຄຳປິ່ນປົວ “ ພໍມາເຖິງປະຈຸບັນຜູ້ກ່ຽວໄດ້ມີອາການຊັກຕິດຕໍ່ເນື່ອງກັນແລະຂ້າງຂວາກໍລ່ອຍ “ ຍ້ອນສາເຫດທາງດ້ານສະໝອງຜູ້ກ່ຽວມີບັນຫາ ແລະ ຜູ້ກ່ຽວບໍ່ສາມາດຊ່ວຍໂຕເອງໄດ້ “ ຈຶ່ງໄດ້ມີການໃຊ້ຈ່າຍສູງໃນການປິ່ນປົວ
ປະຈຸບັນນີ້ຜູ້ກ່ຽວນອນຢູ່ຫ້ອງ ມໍລະສຸມ ໄອຊີຢູ ສະນັ້ນ ຈຶ່ງຂໍວອນສັງຄົມຊ່ວຍເຫຼືອເພື່ອນມະນຸດດ້ວຍກັນເພື່ອຕໍ່ຊີວິດຜູ້ກ່ຽວໃຫ້ປອດໄພ ຊ່ວຍຜູ້ລະເລັກລະນ້ອຍໃນການປິ່ນປົວ
ທ່ານສາມາດບໍລິຈາກໄດ້ທີ່ : ບັນຊີຂອງ ນ. ຄຳຈັນ ໜໍ່ຊຽງຂວາງ ຜູ້ເປັນແມ່ລ້ຽງຂອງ ນ. ໄຊ ແສງຄູນດົມ LAK: 020-12-00-01740346-001 ການຄ້າຕ່າງປະເທດ
ທີ່ມາ: ມູນນິທິຊ່ວຍເຫຼືອຜູ້ປະສົບໄພ ແຂວງຄຳມ່ວນ Rescue Khammouan