ເປັນຂ່າວທີ່ສະເທືອນວົງການບັນເທີງໄທເລີຍກໍ່ວ່າໄດ້ ທີ່ມີຂ່າວຮ້າຍເກີດຂຶ້ນກັບດາລາ ທັງເປັນພິທີກອນ ຊື່ດັງຂອງໄທ ໂດຍມີລາຍງານດ່ວນ ໃນວັນທີ 13 ມີນາ 2020 ຈາກສຳນັກຂ່າວໄທ ຫຼັງແມັກທິວ ນັກສະແດງ ແລະ ດາລາ ຊື່ດັງ ທັງເປັນສາມີຂອງນັກຮ້ອງຊື່ດັງ ຢ່າງ ລີເດຍ ທີ່ມີລູກນ້ອຍໜ້າຮັກ 2 ຄົນຄື: ນ້ອງດີແລນ ແລະ ນ້ອງເດມີ ທີ່ກຳລັງໜ້າຮັກ.
ເຊິ່ງຫຼ້າສຸດເຈົ້າຕົວ ໄດ້ໂພສຜ່ານອິນສະຕາແກມ ວ່າຕົນຕິດເຊື້ອໂຄວິດ 19 ແລະ ປັດຈຸບັນຕົນ ແລະ ຄົນທີ່ຕົນໄດ້ສຳຜັດໃນ 3-4 ມື້ຜ່ານມາ ແມ່ນກຳລັງເກັບຕົວຕິດຕາມອາການຢູ່
ສ່ວນຄວາມຄືບໜ້າຂອງອາການຈະເປັນແນວໃດນັ້ນ ແມັກທິວ ຈະມາຖະແຫຼງຂ່າວອັບເດດໃຫ້ຮູ້ອີກຄັ້ງ. ແນວໃດກໍ່ຂໍເປັນກຳລັງໃຈໃຫ້ແມັກທິວ ເດີ