ພອນສະນິດ ລັດຕະນະສັກ ເປັນອີກໜຶ່ງສາວງາມທີ່ຫຼາຍຄົນຍົກໃຫ້ເປັນຕົວເຕັ່ງໃນເວທີປະກວດນາງສາວລາວ 2019 ທີ່ເຕັມໄປດ້ວຍຄວາມງາມ ແລະ ຄວາມສາມາດ ຈື່ງໄດ່້ນຳເອົາ 9 ເລື່ອງຂອງສາວງາມຄົນນີ້ມາຕ້ອນມາຝາກ
1 ພອນສະນິດ ລັດຕະນະສັກ ອາຍຸ 21ປີ ສູງ166 ຊັງຕີແມັດ ສັດສ່ວນ 32-24-34 ຢູ່ເມືອງໄຊ ແຂວງອຸດົມໄຊ
2 ຈົບການສຶກສາທີ່ ວິທະຍາໄລເສດຖະກິດ-ການເງິນ ສສ ຫວຽດນາມ
3 ເຫດຜົນທີ່ເລືອກເຂົ້າມາປະກວດ ຍ້ອນນ້ອງເປັນຄົນມັກຮັກໃນການສະແດງ ຢາກສະແດງຄວາມຮູ້ຄວາມສາມາດ ຢາກຍົກລະດັບຄວາມຮູ້ຂອງຕົວເອງແລ້ວນ້ອງກໍ່ຢາກເຮັດໃຫ້ພໍ່ກັບແມ່ພູມໃຈ
4 ຜົນງານດ້ານບັນເທີງ ເຄີຍຜ່ານເວທີປະກວດທີ່ ສສ ຫວຽດນາມ ແລ້ວໄດ້ຮັບຕຳແຫນ່ງ ສາວມິດຕະພາບປີ 2016
5 ເຄັດລັບໃນການຮັກສາສຸຂະພາບແລະຄວາມງາມຂອງນ້ອງ ຈະເປັນຄົນທີ່ມັກດື່ມນໍ້າ ຫລິ້ນກິລາຕີດອກ
6 ເວລາວ່າງຈະມັກ ຟັງເພງ ຫລິ້ນກິລາ ໄປທອງທ່ຽວ
7 ປັດຈຸບັນຢູ່ບ້ານ ດອກໄຊ ແຂວງອຸດົມໄຊ, ພອນສະນິດ ລັດຕະນະສັກ ເປັນລູກສາວກົກ ມີນ້ອງສາວຄົນ1
8 ເປົ້າຫມາຍໃນອະນາຄົດຢາກເຮັດວຽກກ່ຽວກັບໂຄງການຫລຸດຜ່ອນຄວາມທຸກຍາກຂອງປະຊາຊົນ ແລະຫາລາຍໄດ້ຊ່ວຍຄອບຄົວ
9 ຄວາມສາມາດທີ່ມີແມ່ນ ຟ້ອນ, ຫລິ້ນກິລາ
ເປັນຈັງໃດກໍຝາກເຊຍສາວອຸດົມໄຊ ກັນແດ່ເດີ ພອນສະນິດ ລັດຕະນະສັກ ຜູ້ເຂົ້າປະກວດນາງສາວລາວ 2019 ໝາຍເລກ ML 4