ປະໂຫຍກສຸດສະເທືອນໃຈຂອງລູກແທ້ໆ ທີ່ໄດ້ຍີນແລ້ວເຖີງກັບນ້ຳຕາໄຫລ ປະຕິເສດແມ້ກະທັ້ງຮູບຫນ້າສົບ ອ້າງບໍ່ມີບ່ອນເກັບ ແມ້ປ່ວຍຍັງອາໄສຢູ່ຕາມລຳພັງ ໄຮ້ລູກດູແລ ຈົນແມ່ຕູ້ເສີຢຊີວິດລູກຫລານບໍ່ທັນເບີ່ງໃຈຊ້ຳມີຄຳເວົ້າສຸດສະເທືອນໃຈ
ໂດຍຜູ້ໃຊ້ເຟຊບຸກຊື່ Poramet Misomphop (ອາສາສະຫມັກມູນນິທິ ຮ່ວມກະຕັນຍູ) ໄດ້ໂພສຮູບຂອງແມ່ຕູ້ທ່ານຫນື່ງ ພ້ອມຂໍ້ຄວາມສຸດສະເທືອນໃຈເປັນຢ່າງຫລລາຍ ໂດຍແມ່ຕູ້ທ່ານນີ້ປ່ວຍເປັນໂລກຮ້າຍແຮງ ອາໄສັຢູ່ບ້ານພັ້ຽງຄົນດຽວ ກະທັ້ງເສຍຊີວິດ ລູກແທ້ໆ ຍັງມີຄຳເວົ້າສຸດສະເທືອນໃຈ
ໂດຍໂພສດັງກ່າວລະບຸຂໍ້ຄວາມວ່າ ໄດ້ຍີນແລ້ວມັນເຈັບ ກະດູກນີ້ຄືແມ່ຂອງເຂົາ ເອົາເປັນວ່າ ຂ້ອຍຈະບໍ່ວ່າຫຍັງເຈົ້າ ແຕ່ສິ່ງທີ່ລາວເວົ້າອອກມາ ຄົນນັ້ນຄື ແມ່ເກີດເຈົ້າມາ
ຮູບແມ່ ຂ້ອຍບໍ່ເອົາບໍ່ມີບ່ອນເກັບໃຜຈະເອົາກໍ່ເອົາໄປຫລືໃຜຈະເອົາໄປເຜົາເລີຍກໍ່ໄດ້ ແລ້ວໃຫ້ມາງານສົບເຮັດຫຍັງ ມາກໍ່ບໍ່ໄດ້ຫຍັງ” ພຽງ 2 ປະໂຫຍກນີ້ ຄົນທີ່ໄດ້ຍີນ ສະເທືອນໃຈ ໂຄດເຈັບປວດແທນແມ່ຂອງລາວເລີຍ
ຄືແມ່ເຈັບປ່ວຢ ບໍ່ເຄີຍມາດູແລ ແມ່ປ່ວຍນອນທີ່ ໂຮງຫມໍ ບໍ່ມາດູແລ ແມ່ຕາຍ ຕ້ອງອ້ອນວອນ ໃຫ້ມາເຊັນຮັບສົບ… ຄື..ບໍ່ຮູ້ຈະເວົ້າແບບໃດດີ ເອົາເປັນວ່າ…ຂ້ອຍຈະບໍ່ວ່າຫຍັງເຈົ້າທັງນັ້ນ ມັນເປັນສິດທິຂອງເຈົ້າ