ຈາກເຟສ Sone Vongsuphakeo ໂພສກ່ຽວກັບ ການອອມເງິນໃສ່ໂຕໝູ ພໍຮອດເວລາທຸບກະກາຍເປັນແບບນີ້ ເຊິ່ງໄດ້ໂພສວ່າ
ຊາດວ່າກູຊວຍເງິນເກັບມາວ່າສິທຸບກະປຸກມາໃຊ້ບໍ່ມີເງິນໃຊ້ແລ້ວບາດມາເບິ່ງກະປຸກລະວ່າເບົາແທ້ ມຶງກະມາລັກເອົາຂອງກູຈົນໝົດບໍ່ຖີ້ມໄວ້ໃຫ້ກູແສນ1ກາບໍ່ເອົາປະໄວ້ໃຫ້ກູແຕ່ເຄຶ່ງຫນື່ງ
ໂອ້ຍຍຍກູກະງົງຄືກັນເວລາໄປໃສ່ມາໃສ່ກາໃສ່ກະແຈ່ລ໋ອກດີລະກັບມາຫ້ອງບໍ່ເປັນຫຍັງປົກກະຕິລະ ແລະມາແປກໃຈເປັນຢູ່ບ່ອນວ່າຫຍັງປະຕູທາງຫລັງຫ້ອງຄືເປີດປະໄວ້2ເທື່ອ
ຄັນຊິລັກເອົາຄືບໍ່ເອົາໄປທັງກະປຸກເລີຍສິເອົາມາເຫຼື້ອປະໄວ້ເຮັດຫຍັງໃຫ້ກູມີຄວາມຫວັງບາດມາເບິ່ງລະຍັງເຫຼື້ອແຕ່ສຳນີ້ມືງກາຈັງແມ່ນນໍ
ເຊິ່ງເຮັດໃຫ້ໝູ່ໄດ້ເຂົ້າມາສະແດງຄວາມເສຍໃຈຕ່າງໆນາໆ ຂໍເປັນອຸທາຫອນສອນໃຈມີເງິນໄປຢອດໃສ່ATM ປອດໄພສຸດເດີ່ພີ່ນ້ອງໃສ່ໂຕໝູດຽວນີ້ມີຄົນໃກ້ຕົວມັກມາຈົກກົ້ນໝູເຮົາດູດູລະວັງໄວ້