ຂປລ ຕາມຂ່າວຈາກ ນີວແດນລີ,ວັນທີ6ກໍລະກົດ2021,ຜົນການຄົ້ນຄວ້າ ຂອງລັດຖະບານ ອິນເດຍ ພົບວ່າ: ອັດຕາ ການເສຍຊີວິດ ເມື່ອທຽບໃສ່ກັບ ການຕິດໂຄວິດ-19 ໃນອິນເດຍ ສູງທີ່ສຸດ ໃນເດືອນມິຖຸນາ ທີ່ຜ່ານມາ
ສະເລ່ຍ1,31% ເພີ່ມຂຶ້ນຈາກ ປີກາຍ1,26% ເຮັດໃຫ້ຍອດ ຜູ້ເສຍຊີວິດ ຢ່າງເປັນທາງການ403.281ຄົນ ຮອງຈາກ ສ.ອາເມລິກາ ແລະ ບຣາຊິນ ສ່ວນຍອດ ຜູ້ຕິດເຊື້ອສະສົມເກືອບ30ລ້ານຄົນ.ຂະນະທີ່ ຜູ້ຊ່ຽວຊານ ໄດ້ຊີ້ໃຫ້ເຫັນວ່າ: ຍອດຜູ້ຕິດເຊື້ອ ໃນອິນເດຍ ຫລຸດລົງ ແຕ່ຍອດ ຜູ້ເສຍຊີວິດ ພັດເພີ່ມຂຶ້ນ ເພາະເຊື້ອ ພະຍາດ ໂຄວິດ-19 ສາຍພັນ ເດລຕາ
ແຜ່ລະບາດໄດ້ໄວ ແລະ ຍັງມີອັດຕາ ການເສຍຊີວິດ ສູງຂຶ້ນຫລາຍ ກາຍເປັນສິ່ງທ້າ ທາຍໃໝ່ ການໃຊ້ສະກັດກັ້ນ ການແຜ່ລະບາດ ໂຄວິດ-19ໃນຄັ້ງນີ້
.
ຮຽບຮຽງຂ່າວໂດຍ ສະໄຫວ ລາດປາກດີ