ຈາກ ຜູ້ໃຊ້ເຟສບຸກທ່ານໜງໂພສວີດີໂອວັນທີ 1 ມັງກອນ 2020 ໃນວີດີໂອດັ່ງກ່າວ ມີເດັກນ້ອຍອາຍຸບໍ່ຮອດ 5 ປີ ດື່ມເບຍປະສົມໂຄກຈົນເມົາ ຖືວ່າເປັນເປັນການປູກຈິດສຳນຶກທີ່ບໍ່ດີຕໍ່ເດັກ.
ການປ່ອຍໃຫ້ເດັກດື່ມສິ່ງມຶນເມົາເປັນຄວາມຜິດທາງກົດໝາຍວ່າດ້ວຍທາດເຫຼົ້າລະບຸວ່າ: ແລະ ກົດໝາຍວ່າດ້ວຍປົກປ້ອງສິດ ແລະຜົນປະໂຫຍດຂອງເດັກນຳອີກ. ນອກນີ້ຍັງມີຕົວຢ່າງຜົນຮ້າຍຂອງເຄື່ອງດື່ມທາດເຫຼົ້າທີ່ເກີດຂຶ້ນກັບເດັກນ້ອຍ: ກ່ຽວກັບເດັກນ້ອຍຈີນດື່ມເຫຼົ້າແລ້ວມີອາການທາງສະໝອງ.ນອກຈາຫນີ້ເດັກນ້ອຍດື່ມສິ່ງມຶນເມົາແຕ່ນ້ອຍກໍຈະສົ່ງຜົນກະທົບທັງໄລຍະສັ້ນ ແລະໄລຍະຍາວ.
ໄລຍະສັ້ນ: ຫາກດື່ມຫຼາຍ ເຮັດໃຫ້ສະໝອງຢຸດເຮັດວຽກເນື່ອງຈາກຄວາມດັນເລືອດສູງເກີນ ແລະສົ່ງຜົນຕໍ່ສຸຂະພາບເຊັ່ນ ອຸນຫະພູມສູງ, ຊີບພະຈອນເຕັ້ນໄວຫາຍໃຈຍາກ ແລະບໍ່ຮູ້ສຶກໂຕ ພ້ອມມີອາການຮາກ ຈົນເຖິງຂັ້ນເສຍຊີວິດໄດ້.ໄລຍະຍາວ:
ອັນຕະລາຍຕໍ່ຕັບ ເຮັດໃຫ້ຕັບແຂງ, ມີອາການອ່ອນເພຍ ບໍ່ສາມາດເຕີບໃຫຍ່ ແລະບໍ່ສາມາດເຮັດວຽກປົກກະຕິ ສຸດທ້າຍກໍເຮັດໃຫ້ພະຍາດແຊກຊ້ອນໄດ້ງ່າຍ. ສະໝອງເຕີບໂຕຊ້າ ສົ່ງຜົນຕໍ່ພຶດຕິກຳອື່ນໆເຊັ່ນ ສະມາທິສັ້ນ, ຄິດຊ້າ, ຮຽນຮູ້ໄດ້ຍາກຂຶ້ນ.ພະຍາດອື່ນໆເຊັ່ນ ຫົວໃຈ, ຄວາມດັນ, ເສັ້ນເລືອດ, ມະເຮັງ
ຄຣິບ https://web.facebook.com/100024766452648/videos/862871784548362