ຮຽນຮູ້ກົດໝາຍການບັງຄັບຮ່ວມເພດກັບເມຍ ມີຄວາມຜິດທາງອາຍາ ຕາມປະມວນກົດໝາຍອາຍາມາດຕາ 252 ສະບັບປັບປຸງ ປີ 2017
ອີງຕາມປະມວນກົດຫມາຍອາຍາ ສະບັບປີ 2017 ຫມວດທີ 6 ມາດຕາທີ 252 ລະບຸໄວ້ດັ່ງນີ້: ່
ບຸກຄົນໃດຫາກໄດ້ຮ່ວມເພດກັບເມຍຕົນເອງດ້ວຍການໃຊ້ກໍາລັງ ່ບັງຄັບ, ຂົ່ມຂູ່, ເຊິ່ງຝືນໃຈຂອງຜູ້ເປັນເມຍ ຫລື ໃນເວລາທີ່ເມຍຢູ , ໃນສະພາບບໍ່ພ້ອມທີ່ຈະມີເພດສໍາພັນ
ຈະຖືກລົງໂທດຕັດອິດສະ ລະພາບ ແຕ່ສາມເດືອນ ຫາ ຫນຶ່ງປີ ຫລື ດັດສ້າງໂດຍບໍ່ຕັດອິດສະ ລະພາບ ແລະ ປັບໃຫມ ແຕ່ 500.000 ກີບ ຫາ 3.000.000 ກີບ
ໃນກໍລະນີບັງຄັບຮ່ວມເພດທີ່ພາໃຫ້ມີການບາດເຈັບຫນັກ ຈະຖືກລົງໂທດຕັດອິດສະລະພາບ ແຕ່ຫນຶ່ງປີ ຫາ ຫ້າປີ ຈະຖືກປັບໄໝ ແຕ່ 1.000.000 ກີບ ຫາ 5.000.000 ກີບ