ເຫດ! ຍິງ ນາຍບ້ານ ແລ້ວ ຈູດເຮືອນເຜົາຕົນເອງໃນເວລາ 7:30 ໂມງ ຂອງວັນທີ 29 ທັນວາ 2021 ທ້າວ ບຸນຈວງ ບ້ານໂນນສະຫວັນ ເມືອງຊະນະສົມບູນ ແຂວງຈຳປາສັກ ເກີດຄວາມຄຽດແຄ້ນໃຫ້ ທ້າວ ຄຳດີ ເລຂາພັກບ້ານ ນາຍບ້ານ ໄດ້ຂີ່ລົດຕູ້ສະຕາແລັກ ໄປຫາຢູ່ເຮືອນ ແລ້ວເອົາປືນຍິງຖືກໜ້າທ້ອງຊອດໃສ່ກາງຫຼັງ
ໄດ້ຮັບບາດເຈັບສາຫັດ, ຈາກນັ້ນ ທ້າວ ບຸນຈວງ ໄດ້ຂີ່ລົດກັບເຮືອນແລ້ວເອົາໄຟຈູດລົດ, ຈູດເຮືອນກ່ອນຍິງຕົວເອງຕາຍຖືກໄຟເຜົາພ້ອມເຮືອນ
ເຈົ້າໜ້າທີ່ ປກສ ແຂວງຈຳປາສັກ ໃຫ້ຮູ້ວ່າ: ຫຼັງຈາກໄດ້ຮັບແຈ້ງເຫດ ໄດ້ແຕ່ງຕັ້ງພະນັກງານວິຊາສະເພາະ ປກສ ລົງກວດກາຊັນນະສູດສະຖານທີ່ເກີດເຫດເປັນເຮືອນ ຮ້ານໄມ້ ຂະຫນາດ 8 ແມັດ x 9,7 ແມັດ, ມຸງສັງກະສີ, ແອ້ມຝາໄມ້ກະແຕະ ຖືກໄຟໄໝ້ໝົດກ້ຽງ ແລະ ພົບເຫັນ ສົ ບ ຂອງທ້າວ ບຸນຈວງ ເຈົ້າຂອງເຮືອນ ຖືກໄຟໄໝ້ເສຍຊີວິດ, ຢູ່ເທິງເສື່ອນອນ ( ເສື່ອນອນ ຖືກໄຟໄໝ້ເຫຼືອແຕ່ຮ່າງເຫັກ )
ນອກນັ້ນ ໃນທີ່ເກີດເຫດ ພົບເຫັນເລົາປືນ 1 ເລົາ ຂະໜາດ 82 ຊັງຕີແມັດ, ຖີ້ມຮ່າງຈາກຊາກສົບ 80 ຊັງຕີແມັດ, ໃນເລົາປືນ ມີກະສອບລູກປືນ 1 ກະສອບຄາຢູ່ໃນເລົາ ແລະ ຍັງພົບເຫັນເຫັກລວດຢ່າງຕີນລົດ
ໃຫ່ຍ,ຈໍານວນ 6 ເສັ້ນ ຖືກໄໝ້ ຢູ່ເສື່ອນອນຖືກໄຟ ມີກະສອບລູກປືນ 1 ກະສອບຢູ່ຂ້າງຊາກສົບ 1 ແມັດ, ມີກະສອບລູກປືນ ທີ່ ຍິງອອກ ( ຖືກໄຟໄໝ້ໃນສະພາບບິດບ້ຽວ).ຫ່າງຈາກເຮືອນທີ່ເກີດເຫດ 7 ແມັດພົບເຫັນລົດຕູ້ສະຕາແລັກ ເປັນລົດຂອງຜູ້ເສຍຊີວິດຖືກໄຟໄໝ້ກ້ຽງ ໃນລົດພົບເຫັນເລົາປືນ 1 ເລົາຂະໜາດ 83 ຊັງຕີແມັດ; ສະພາບຖືກໄຟໄໝ້ ພົບເຫັນສາຍໄຟຟ້າເສັ້ນຕໍ່ຈາກເຮືອນມາໃສ່ຈຸດຈອດລົດສະພາບບໍ່ຖືກໄຟໄໝ້.
ເຈົ້າໜ້າທີ່ສະຫຼຸບໃນເບື້ອງຕົ້ນ ເຫດການເກີດຂຶ້ນ ຍ້ອນ ທ້າວ ບຸນຈວງ ລົງມືຈູດລົດ ແລະ ເຮືອນ ກ່ອນຈະນຳໃຊ້ປືນຍິງຕົວເອງ ຈາກນັ້ນ ຈິ່ງຖືກໄຟເຜົາໄໝ້.
ຊາວບ້ານຜູ້ເຫັນເຫດການ ເວົ້າວ່າ: ຫຼັງຈາກ ຍິງ ເລຂາພັກບ້ານ ນາຍບ້ານ ໄດ້ຮັບບາດເຈັບຜູ້ກ່ຽວກໍກັບເມືອເຮືອນ ແລະ ໄດ້ຍິນສຽງປືນດັງຂຶ້ນແລ້ວຈຶ່ງເກີດມີໄຟໄໝ້ເຮືອນ ຕາມມາ.
ເຊິ່ງຄະດີນີ້, ເຈົ້າໜ້າຈະສືບສວນ- ສອບສວນລາຍອຽດ.