ຕາມລາຍງານຂອງຜູ້ໃຊ້ເຟສບຸກໄດ້ໂພສວ່າ: ໃນຄືນວັນທີ 22 ທັນວາ 2021.ໄດ້ມີສາວດາລາ ຊື່ ນີ (ເປັນນັກສະແດງ) ເສຍຊີວິດຢູ່ຫ້ອງເຊົ່າຊັ້ນ2 ແຫ່ງຫນື່ງຢູ່ແຖວຊ້າງຄູ່້, ເມືອງໄຊທານີ, ນະຄອນຫຼວງວຽງຈັນ.
ຕາມຜູ້ເລົ່າເຫດການເບື້ອງຕົນ(ຍັງບໍ່ເປັນທາງການ ຫວື ຈາກຜູ້ໄລສົດຜ່ານເຟສບຸກ) ຈາກຫມູ່ຂອງລາວທີ່ເຄີຍໄປລີ້ນຜ່ານມາແມ່ນໄດ້ເວົ້າວ່າ..ສາວຄົນນີ້ອາດເສຍຊີວິດມາໄດ້ 3 ມື້..ເພາະຫມູ່ຕິດຕໍ່ລາວ 3 ມື້ແລ້ວລາວ.
ຕອນທຳອິດໂທແມ່ນບໍ່ຮັບສາຍ,ຈົນໄດ້ປະມານ 3 ມື້ຫລັງຈື່ງມາຫາຢູ່ຫ້ອງແຕ່ພໍມາຮອດ ຈື່ງຮູ້ວ່າລາວເສຍຊີວິດແລ້ວ
ສ່ວນເລື່ອງລາຍລະອຽດການເສຍຊີວິດຄັ່ງນີ້ແມ່ນຍັງບໍ່ຮູ້ສາເຫດເທື່ອ ແແລະ ເຈົ້າຫນ້າທີ່ກ່ຽວຂ້ອງຍັງໄດ້ສົມທົບກັບຫນ່ວຍກູ້ໄພ ໄດ້ມາເກັບສົບຜູ້ກ່ຽວ ແລະ ຈະເກັບກຳສາເຫດທີ່ໄປທີ່ມາ..ຫລື ສືບສວນສາເຫດການເສຍຊີວິດຂອງຜູ້ກ່ຽວ,
ສະນັ້ນ, ລາຍລະອຽດແມ່ນເຈົ້າຫນ້າທີ່ຈະແຈ້ງໃຫ້ທຸກຄົນໄດ້ຊາບພາຍຫລັງ. ຂໍສະແດງຄວາມເສຍໃຈນຳຄອບຄົວຜູ້ສຸນເສຍ
ເບິ່ງຄລິບ